ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Gmail ເພີ່ມຟີເຈີແຈ້ງເຕືອນ ອີເມວ ແລະ ຂໍ້ຄວາມແຊັດ ໃນ Desktop

ຂ່າວໄອທີ

ລ່າສຸດທາງ Google ກໍ່ໄດ້ເພີ່ມຟີເຈຼີໃຫມ່ເພຶ່ອເພີ່ມຄວາມສະດວກໃຫ້ກັບຜູ້ໃຊ້ Gmail ທີ່ໃຊ້ງານ Google Chrome ຢູ່ ເຊິ່ງຟີເຈຼີນີ້ກໍ່ຄື ການແຈ້ງເຕືອນການໄດ້ຮັບ ອີເມວໃຫມ່ ແລະ ຂໍ້ຄວາມສົນທະນາ. ເຊິ່ງການເຮັດວຽກຂອງມັນກໍ່ຄື ເວລາທ່ານມີອີເມວ ຫລື ຂໍ້ຄວາມສົນທະນາໃຫມ່ ເຂົ້າມາ ມັນກໍ່ຈະແຈ້ງເຕືອນທ່ານຂຶ້ນມາທັນທີ ໂດຍທ່ານບໍ່ຈຳເປັນຕ້ອງເຂົ້າໄປເຊັກໃນເວັບຂອງ Gmail ຫລື ໃຊ້ໂປຼແກຼມ Gtalk.

ຜູ້ໃຊ້ Gmail ຄົນໃດທີ່ໃຊ້ງານ Google Chrome ຢູ່ຫາກຕ້ອງການເປີດໃຊ້ງານຟີເຈຼີນີ້ ກໍ່ພຽງແຕ່ ລັອກອິນເຂົ້າໄປ Gmail ແລ້ວກໍ່ໄປທີ່ Settings > ຫລັງຈາກນັ້ນກໍ່ເລືອນລົງມາ ແລ້ວໃຫ້ເລືອກເອົາ

  • Chat Notification On ສຳລັບແຈ້ງເຕືອນຂໍ້ຄວາມສົນທະນາ
  • New Mail Notification on ສຳລັບແຈ້ງເຕືອນມົ່ວໄດ້ຮັບອີເມວ

ທີ່ມາ: Gmail Blog

ລອງອ່ານກ່ຽວກັບ  Google ບອກລາ Google Wave ຍ້ອນໄປບໍ່ລອດ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.