ເລື່ອງລາວຂອງ TECH, STARTUP, ແລະ DIGITAL

e-Corner Magazine (ວາລະສານໄອທີ) ເປີດໂຕ ຢ່າງເປັນທາງການແລ້ວ

ຂ່າວໄອທີ

ວາລະສານ e – Corner ເປັນ​ວາລະສານ​​ໃໝ່ ຊຶ່ງໄດ້ເລີ່ມວາງຈຳໜ່າຍ ສະບັບທຳອິດໃນເດືອນ ທັນວາ 2010 ທີ່ຜ່ານມາ, ມາຮອດປັດຈຸບັນ ແມ່ນ ສຳເລັດແລ້ວເປັນສະບັບທີສອງ, ເປັນວາລະສານ ທີ່ເວົ້າເຖິງ ດ້ານໄອທີ ແລະ ເຕັກໂນ ໂລຊີໃໝ່ໆ ກ່ຽວກັບຄອມພິວເຕີ ຊຶ່ງເປັນວາລະສານ ໄອທີ ລາຍເດືອນ ສະບັບທຳອິດ ໃນປະເທດລາວ, ຜູ້ອ່ານຈະໄດ້ຮູ້ເລິກກ່ຽວກັບ ເຕັກໂນໂລຊີໃໝ່ ຈາກທົ່ວໂລກ ແລະ ສາມາດນຳໃຊ້ໃນວຽກ ງານ ກໍຄື ຊີວິດປະຈຳວັນ.

ໃນວັນທີ 17 ມັງກອນ 2011 ທີ່ສະມາ ຄົມ ນັກຂ່າວ ແຫ່ງ ສປປ ລາວ ໄດ້ມີການຖະແຫລງຂ່າວ ກ່ຽວກັບ ວາລະສານ e – Corner (ໄອທີ ແລະ ອີເລັກໂຕຣນິກ) ໂດຍມີຜູ້ອຳນວຍການ ວາລະສານດັ່ງກ່າວ, ພ້ອມດ້ວຍທີມ ງານວາລະສານ ແລະ ສື່ມວນຊົນເຂົ້າຮ່ວມຮັບຟັງ. ເພື່ອເຮັດໃຫ້ສັງຄົມ ກໍຄື ປະຊາຊົນ ໄດ້ຮັບຮູ້ເຖິງຄວາມສຳ ຄັນ ຂອງການສ້າງວາລະສານ ສະບັບນີ້ຂຶ້ນມາ ເພື່ອນຳໃຊ້ເຂົ້າໃນວຽກງານ ໄອທີ.

ທ່ານ ອຸໄທ ໄຊອຸດົມ, ຜູ້ອຳນວຍ ການວາລະສານ e – Corner ກ່າວວ່າ: ການສ້າງວາລະສານດັ່ງກ່າວນີ້ ເຂົ້າມາຮັບໃຊ ້ໃນສັງຄົມ ກໍຄື ຊີວິດປະຈຳວັນຂອງຄົນລາວເຮົາ ຊຶ່ງໃນຍຸກປະຈຸບັນ ໄອທີ ແມ່ນມີຜົນປະໂຫຍດ ຢ່າງມະຫາສານ ໃນການຮັບໃຊ້ວຽກງານທັງພາກລັດ ແລະ ເອກະຊົນ, ທັງນີ້ ກໍເພື່ອເຮັດໃຫ້ຄົນລາວ ທີ່ນຳໃຊ້ ວຽກງານກ່ຽວກັບ ໄອທີ ເຂົ້າໃຈເລິກເຊິ່ງ, ນຳໃຊ້ໃນວຽກງານ ໄອທີ ໄດ້ຢ່າງມີຄວາມຊຳນິຊຳນານ, ຫັນຕາມ ເຕັກນິກທີ່ທັນ ສະໃໝ່ ແລະ ສາມາດໃຊ້ ໄອທີ ໄດ້ຢ່າງມີປະສິດທິຜົນສູງ. ນອກນີ້ ທ່ານອຳນວຍການວາລະ ສານ e – Corner ຍັງໄດ້ກ່າວຕື່ມວ່າ: ໃນວາລະສານ ມີ​ເນື້ອໃນ ສາລະ ຫລາຍດ້ານ ຊຶ່ງກວມເອົາການ​ນຳ​ໃຊ້​ລະ ບົບ ​ໄອ​ທີ ໃນ​ຍຸກ​ປະຈຸບັນ.

ວາລະສານ e-Corner ມີວາງຂາຍແລ້ວ ໃນລາຄາ 20.000 ກີບ ແລະ ຫາຊື້ໄດ້ຕາມສະຖານທີ່ລຸ່ມນີ້:

  • ຮ້ານພິມພອນມິນິມາກສາຂາ 3 (ຕໍ່ຫນ້າຮ້ານອາຫານຂອບໃຈເດີ້)
  • ຕູ້ແປບຊີ່ ຫນ້າຫນັງສືພິມ Vientiane Times
  • M-Point Mart
  • ຮ້ານມິນິມາກ ປ້ຳນ້ຳມັນສີເມືອງ
  • ຮ້ານອຸດົມພັດທະນາ
  • ຮ້ານ ATT Computer (ຄູວຽງ)
  • ຮ້ານ Max MV Computer (ຄູວຽງ)
  • ຮ້ານໄຊສິລິໄອທີ (ໂພນທັນ ຕໍ່ຫນ້າຊີ້ນດາດສຸດາຈັນ)
  • ຮ້ານມິນິມາກ ປາວີນາ
  • ຮ້ານຄ້າແຄມຂອງ
  • ໂຮງຮຽນສຸດສະກະ

ປະຈຸປັນທາງ e-Corner ຍັງອອກລາຍການໂທລະທັດ ຫລື ລາຍການກ່ຽວກັບ IT ເຊິ່ງມີຊື່ລາຍການວ່າ e-Corner Weekly News ເປັນລາຍບອກເລົ່າເລື່ອງລາວໂລກເທັກໂນໂລຢີ ຈະເປັນແນວໃດນັ້ນໄປຮັບຊົມໄດ້ເລີຍ (ປະຈຸບັນຍັງອອກອາການຜ່ານ Youtube Channel ເທົ່ານັ້ນ) ຕອນນີ້ຫາກໍ່ອອກມາ ເປັນຕອນທີ່ 1.

ຂອບໃຈທີ່ມາຈາກ: Pnomsin.com, E-corner Fanpage ແລະ Au8ust Facebook, Youtube

ລອງອ່ານກ່ຽວກັບ  Apple ປະກາດຍອດດາວໂຫລດແອັບຯໃນ Mac App Store ເກີນ 100ລ້ານ ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.