ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Dell ເປີດໂຕ Dell Streak 7 ກຽມວາງໄວໆນີ້ [CES 2011]

ຂ່າວໄອທີ, ແທັບເລັດ

Dell Streak 7

ລ່າສຸດຈາກງານ CES 2011 Dell ໄດ້ເປີດໂຕແທັບເລັດ Dell Streak 7 ເປັນແທັບເລັດຂະຫນາດ 7ນິ້ວ ເຊິ່ງຈະມາກັບCPU 1GHz  Dual Core nVidia Tegra T20 ແລະ ແນ່ນອນລະບົບປະຕິບັດການ ຈະເປັນຫຍັງບໍ່ໄດ້ນອກຈາກ Android ສຳລັບ Dell Streak 7 ຈະມາກັບ Android 2.2, ນອກນັ້ນ Dell ຍັງໄດ້ບອກອີກວ່າຈະອອກວາງໄວໆນີ້ ໂດຍ T-Mobile ໃນອາເມລິກາ.

Dell Streak 7 Coming soon

ສະເປັກໂດຍທົ່ວໄປຂອງ Dell Streak 7

  • CPU: nVidia Tegra T20 – Dual Core @ 1 GHz
  • Android 2.2 Froyo
  • ກ້ອງຫນ້າ 1.3ລ້ານພິກເຊວ ສຳລັບເຮັດ Video Call
  • ກ້ອງຫລັງ 5ລ້ານພິກເຊວ ພ້ອມແຟັດ
  • Wi-Fi 802.11b/g/n
  • Bluetooth 2.1
  • ຫນ້າຈໍ 7ນິ້ວ ເປັນ WVGA ຄວາມລະອຽດ 800×480

ລາຍລະອຽດເພີ່ມເຕີມເຂົ້າໄປເບິ່ງໄດ້ທີ່:​ http://www.dell.com/us/p/mobile-streak-7/pd

ທີ່ມາ:​ Dell

ລອງອ່ານກ່ຽວກັບ  ກູເກີ້ນສະຫລອງ 30 ປິ Pac-Man

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.