ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Chrome ຍົກເລີກການສະຫນັບສະຫນຸນ ວິດີໂອແບບ H.264

ຂ່າວໄອທີ

WebM

ລ່າສຸດ Google ໄປປະກາດການຍົກເລີກການສະຫນັບສະຫນຸນ ວິດີໂອແບບ H.264 ໃນ Google Chrome ແລ້ວ, ແລະ ປ່ຽນມາສະຫນັບສະຫນຸນ WebM ແທນ ເຊິ່ງເປັນມາດຕະຖານໃຫມ່ ແລະ ຟຼີຂອງຕົນເອງ, ການທີ່ Google ຖອນໂຕອອກມາຄັ້ງນີ້ບໍ່ແມ່ນເລື່ອງໃຫມ່ປານໃດ ເພາະ ກ່ອນຫນ້ານີ້ກໍ່ມີ Opera ແລະ Firefox ທີ່ບໍ່ສະຫນັບສະຫນຸນການທອດລະຫັດວິດີໂອແບບນີ້ ເນື່ອງຈາກຕ້ອງໄດ້ເສຍຄ່າ License ໃຫ້ກັບ MPEG LA ສູງ.

ປະຈຸບັນລະບົບປະຕິບັດການ Android ແລະ Youtube ຂອງ Google ກໍ່ຍັງສະຫນັບສະຫນຸນມາດຕະຖານນີ້ຢູ່ ເຊິ່ງເຮັດໃຫ້ຫລາຍຝ່າຍຄິດວ່າ Google ອາດຈະຍົກເລີກການໃຊ້ມາດຕະຖານ H.264 ໃນບໍລິການ ແລະ ລະບົບປະຕິບັດການ Android ຂອງຕົນເອງ. ຢ່າງໃດກໍ່ຕາມ ປະຈຸບັນຍັງມີພຽງ Internet Explorer ແລະ Safari ເທົ່ານັ້ນທີ່ຍັງສະຫນັບສະຫນຸນມາດຕະຖານ H.264 ແລະ ທາງ WebM ກໍ່ໄດ້ຕຽມປັກອິນໄວ້ສຳລັບ Safari ແລະ IE ແລ້ວເພຶ່ອໃຫ້ Safari ແລະ IE ສາມາດຫລິ້ນວິດີໂອ WebM ຜ່ານ <video> ໄດ້.

ການປ່ຽນແປງຄັ້ງນີ້ ເຮັດໃຫ້ຫລາຍຄົນເຫັນດ້ວຍ ແລະ ບໍ່ເຫັນດ້ວຍ ເນື່ອງຈາກແຕ່ລະມາດຕະຖານກໍ່ມີຂໍ້ດີແລະຂໍ້ເສຍແຕກຕ່າງກັນໄປຄື:​ WebM ນັ້ນຟຼີ ແຕ່ຍັງບໍ່ມີການໃຊ້ແຜ່ຫລາຍ ແຕ່ປະຈຸບັນຫາກມີພັກດັນຢ່າງຈິງຈັງອາດຈະມາທຽບເທົ່າ H.264 ໄດ້ ສ່ວນ H.264 ນັ້ນເປັນມາດຕະຖານທີ່ໃຊ້ກັນມາດົນ ແລະ ແຜ່ຫລາຍ ແຕ່ຈະຕ້ອງເສຍຄ່າ License ໃຫ້ກັບ MPEG LA ເຊິ່ງເປັນເງິນຈຳນວນມະຫາສານ ທີ່ຜູ້ຜະລິດຕ້ອງໄດ້ຈ່າຍ. ການຍົກເລີຍການສະຫນັບສະຫນຸນ H.264 ຂອງ Google Chrome ເທຶ່ອນີ້ ແລ້ວມາພັກດັນມາດຕະຖານ WebM ຈະປະສົບຄວາມສຳເລັດ ຫລືບໍ່ ຫລື ເລື່ອງລາວຈະເປັນແນວໃດໃນອານາຄົນ ອາດຈະໄດ້ຮູ້ກັນ ເພາະເຊຶ່ອວ່າ Google ບໍ່ປະສົບຜົນສຳເລັດໄປຫມົດທຸກຢ່າງ ແຕ່ຄົນທີ່ໄດ້ປະໂຫຍດຈາກເລື່ອງພວກນີ້ກໍ່ຄືຜູ້ໃຊ້ແບບເຮົາໆນີ້ເອງ, ແລ້ວທ່ານຜູ້ອ່ານເດ ສະຫນັບສະຫນຸນມາດຕະຖານໃດ.

ທີ່ມາ: Google Chrome Blog, 2, engadget

ລອງອ່ານກ່ຽວກັບ  Adobe ໂຊເຄື່ອງມືແປງ Flash ໃຫ້ກາຍເປັນ HTML 5

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.