ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Chrome Cr-48 ຖືກແຮັກອີກຮອບ ລົງ Windows 7 ແລະ Mac OS X

Video, ຂ່າວໄອທີ

ລ່າສຸດມີແຮັກເກີ່ລາຍຫນຶ່ງອອກມາໂພສວິດີໂອລົງໃນ Youtube ເຊິ່ງໂຊໃຫ້ເຫັນວ່າລາວຜູ້ນັ້ນສາມາດ ແຮັກ Chrome Notebook Cr-48 ເພຶ່ອລົງ Windows 7 ແລະ Mac OS X ເຂົ້າໄປໄດ້. ເຊິ່ງກ່ອນຫນ້ານີ້ກໍ່ໄດ້ມີຂ່າວ ການແຮັກ Chrome Notebook Cr-48 ເພຶ່ອຕິດຕັ້ງ Ubuntu ເຂົ້າໄປໄດ້ເຊັ່ນກັນ ແຕ່ລ່າສຸດນີ້ເປັນ Windows 7 ແລະ Mac OS X ເຊິ່ງການເຮັດວຽກລະຫວ່າງໃນ Mac OS X ນັ້ນຈະບໍ່ຂ້ອຍສົມບູນປານໃນທາງດ້ານທັດແພັດ ແລະກໍ່ເຮັດວຽກໄດ້ຂ່ອນຂ້າງຊ້າ ສ່ວນການເຮັດວຽກໃນ Windows 7 ນັ້ນຖືວ່າເຮັດວຽກໄດ້ໄວພໍສົມຄວນ ແລະ ກໍ່ສາມາດໃຊ້ທັດແພັດ ແບບມັນຕິທັສ ໄດ້ອີກດ້ວຍ, ສາມາດເບິງວິດີໂອຕົວຢ່າງໄດ້ທ້າຍຂ່າວ.

ທີ່ມາ: Youtube/Damis648 ຜ່ານ Engadget

ລອງອ່ານກ່ຽວກັບ  Apple ເປີດໂຕລະບົບປະຕິບັດການ iOS 6 ຢ່າງເປັນທາງການແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.