ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ບໍລິສັດ BitTorrent ເຜີຍ ມີຍອດຜູ້ໃຊ້ 100ລ້ານ ຄົນຕໍ່ເດືອນ

ຂ່າວໄອທີ

ລ່າສຸດບໍລິສັດ ຜູ້ພັດທະນາ BitTorrent ອອກມາເປີດເຜີຍວ່າ ປະຈຸບັນມີຍອດຜູ້ໃຊ້ ໂປຼແກຼມ BitTorrent Mainline ແລະ µTorrent ທັງຫມົດ 100ລ້ານຄົນຕໍ່ເດືອນ ເຊິງເປັນໂຕເລກ ທີ່ຫນ້າພູມໃຈ ແລະ ບໍ່ຫນ້າພູມໃຈໄປພ້ອມໆກັນ, ເພາະວ່າໄຟລ໌ສ່ວນໃຫຍ່ທີ່ຢູ່ໃນບໍລິການ BitTorrent ນັ້ນ ເປັນໄຟລ໌ທີ່ລະເມີດລິຂະສິດ, ເຊິງອັນນີ້ຫລາຍຄົນອາດຈະຮູ້ດີ, ສຳບໍ່ຫນຳ ຍັງບໍ່ໄດ້ນັບລວມກັບໂປຼແກຼມ ອື່ນໆທີ່ບໍ່ໄດ້ປ່ອຍຢ່າງເປັນທາງການ ເຊິ່ງກໍ່ມີຫລາຍໂປຼແກຼມເຊັ່ນກັນ.

ນອກນັ້ນ ທາງບໍລິສັດເອງຍັງໄດ້ເຜີຍຍອດສະຖິຕິອື່ນໆອີກເຊັ່ນ: ມີຍອດຜູ້ເຂົ້າໃຊ້ຫລາຍກວ່າ 20ລ້ານຄົນ ຕໍ່ມື້, ສະເລ່ຍມີການດາວໂຫລດຈຳນວນ 4ແສນ ເທຶ່ອຕໍ່ມື້, ຍອດຜູ້ໃຊ້ທັງຫມົດ ແມ່ນມາຈາກ 220 ປະເທດ ທຸກໆ 4ມື້, ໃນໂປຼແກຼມຮອງຮັບ 52ພາສາ.

ຖືໄດ້ວ່າ ໂປຼແກຼມຕະກູນ BitTorrent ນັ້ນເປັນທີ່ນິຍົມສູງ ເຊິ່ງເປັນໂຕເລກທີ່ຫນ້າພູມໃຈ ເທິງຄວາມ ກັງວົນຂອງຄົນອື່ນເລີຍກໍ່ວ່າໄດ້ ແຕ່ຫາກທຽບກັບ Facebook ແລ້ວ ຖືວ່າໄດ້ 1/5 ເລີຍກໍ່ວ່າໄດ້ ເນຶ່ອງຈາກ Facebook ມີຫລາຍກວ່າ​ 5ຮ້ອຍລ້ານ ສ່ວນ BitTorrent ກໍ່ມີຫລາຍກວ່າ 100ລ້ານຕໍ່ເດືອນ.

ທີ່ມາ: Mashable

ລອງອ່ານກ່ຽວກັບ  Facebook ປ່ອຍ App ແລະ ບໍລິການ Facebook Messenger ສຳລັບ iPhone ແລະ Android

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.