ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple ເປີດນຳໃຊ້ບັນຊີ Twitter ສຳລັບ App Store ແລ້ວ

ຂ່າວດ່ວນ, ຂ່າວໄອທີ


ລ່າສຸດ Apple ໄດ້ສະຫມັກ ຫລື ປ່ອຍບັນຊີ Twitter ຂອງ App Store​ (@AppStore) ເພຶ່ອໃຫ້ຜູ້ໃຊ້ ຫລື ສາວົກຕ່າງໆໄປ Follow ກັນເພຶ່ອຕິດຕາມການອັບເດດຕ່າງໆຂອງ App Store ອາດຈະລວມເຖິງ App ໃນ Mac App Store ດ້ວຍ, ບໍ່ວ່າຈະເປັນ App ຍອດຮິດ ໃນ App Store, App ມາໃຫມ່, ລວມໄປເຖິງໂປຼໂມຊັ່ນຕ່າງໆ ໃນ App Store ແລະອື່ນໆອີກ.

ກ່ອນຫນ້ານີ້ປະມານເດືອນ ຕຸລາ ປີ 2010 ທີ່ຜ່ານມາ ທາງ Apple ກໍ່ໄດ້ໃຊ້ງານ Twitter ສຳລັບບໍລິການຕ່າງໆຂອງ iTunes ເພຶ່ອອັບເດດກ່ຽວກັບ: ຫນັງ, ເພງ, ລາຍການວິທະຍຸ ແລະ ລາຍການໂທລະທັດຕ່າງໆ. ເຊິ່ງບັນຊີດັ່ງກ່າວໄດ້ແກ່:

ການລົງມາຫລິ້ນ Twitter ເທຶ່ອນີ້ຂອງ App Store ອາດຈະສົ່ງໃຫ້ມີຍອດການດາວໂຫລດສູງຂຶ້ນ ກວ່າເກົ່າ ແຕ່ຢ່າງໃດກໍ່ຕາມ ປະຈຸບັນ ມີຄົນ Follow ໄປແລ້ວ 4ຫມື່ນ ກວ່າຄົນແລ້ວ ແລະ ອາດຈະເກີນ 5ຫມື່ນໄວໆນີ້, ເຊິ່ງເປັນຈຳນວນທີ່ຫລາຍ ແລະ ໄວ ເພາະຍອດດັ່ງກ່າວເພີ່ມຂຶ້ນເລື່ອຍໆຫລັງຈາກປະກາດອອກມາ ນອກຈາກ Twitter ແລ້ວ App Store ຍັງມີຫນ້າ Fan Page ໃນ Facebook ອີກດ້ວຍ ແລ້ວຍອດການກົດ Like ກໍ່ໄກ້ຈະເຖິງ 1ລ້ານແລ້ວ. ສັງເກດເຫັນວ່າ Apple ເລີ່ມຫັນມາສົນໃຈ ການເຮັດການຕະຫລາດຜ່ານສື່ສັງຄົມອອນໄລນ໌ ຫລື ທີ່ເອີ້ນກັນວ່າ Social Network ຢ່າງ Facebook ແລະ Twitter ແລ້ວ.

@iTunesTrailers

@iTunesMusic

@iTunesPodcasts

@iTunesTV

@iTunesMovies

ທີ່ມາ:​ Mashable

ລອງອ່ານກ່ຽວກັບ  iPhone ແລະ iPod touch ທີ່ໃຊ້ iOS 3.1.3 ບໍ່ສາມາດດາວໂຫຼດແອັບຯຜ່ານ App Store ໄດ້

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.