ເລື່ອງລາວຂອງ TECH, STARTUP, ແລະ DIGITAL

App ໃນ App Store ຖືກດາວໂຫລດ ຄົບ ຫນຶ່ງຫມື່ນລ້ານ ແລ້ວ

ຂ່າວໄອທີ

ກ່ອນຫນ້ານີ້ Apple ໄດ້ລາຍງານ ຫລື ເຮັດຫນ້າການນັບກ້າວເຂົ້າສູ່ ຫນຶ່ງຫມື່ນລ້ານ ຂອງຈຳນວນການດາວໂຫລດ Application. ລ່າສຸດຍອດດາວໂຫລດ App ໃນ App Store ຂອງ Apple ກໍ່ເຖິງຕາມຍອດແລ້ວ ຄື ເຖິງ ຫນຶ່ງຫມື່ນລ້ານຄັ້ງ ຂອງການດາວໂຫລດ App ໃນ App Store ແລະ Apple ຍັງໄດ້ແຈກລາງວັນສຳລັບ ຜູ້ທີ່ໄດ້ດາວໂຫລດ App ເປັນຄົນທີ່ ຫນຶ່ງຫມື່ນລ້ານ, ແຕ່ເຮົາຍັງບໍ່ມີລາຍງານກ່ຽວກັບເລື່ອງນີ້ ຫາກຮັບສາບວ່າໃຜເປັນຜູ້ໂຊກດີ ເຮົາຈະຮີບມາລາຍງານໃຫ້ຮັບຮູ້ທັນທີ.

ຢ່າງໃດກໍ່ຕາມ ຖືວ່າເປັນຜົນສຳເລັດອັນໃຫຍ່ຫລວງອັນຫນຶ່ງຂອງ App Store ເຊິ່ງກ່ອນຫນ້ານີ້ກໍ່ມີການບັນທຶກຍອດດາວໂຫລດ App ໃນ App Store ຄື: 2ພັນລ້ານດາວໂຫລດ ໃນເດືອນ ກັນຍາ ປີ 2009 ແລະ 3ພັນລ້ານດາວໂຫລດ ໃນ ເດືອນມັງກອນ ປີ 2010​ ແລະ ກໍ່ໃຊ້ເວລາພຽງປີດຽວເທົ່ານັ້ນ ທີ່ເຮັດໃຫ້ຍອດດາວໂຫລດເພີ່ມສູງຂຶ້ນ ອີກ 7ພັນລ້ານດາວໂຫລດ ເຊິ່ງເປັນໂຕເລກທີ່ສູງຫລາຍ.

update: ມີລາຍງານຈາກ Engadget ແລ້ວວ່າຜູ້ທີ່ດາວໂຫລດ App ເປັນຄົນທີ່ 1 ຫມື່ນລ້ານ ຫລື ຜູ້ໂຊກດີທີ່ໄດ້ຮັບລາງວັນ iTunes Gift Card $10,000 ຈາກທາງ Apple ເຊິ່ງຊື່ວ່າ: Gail Davis ຈາກປະເທດອັງກິດ ໂດຍໄດ້ດາວໂຫລດ App ທີ່ຊື່ວ່າ Paper Glider

ທີ່ມາ: Mashable

ລອງອ່ານກ່ຽວກັບ  Apple ເລີ່ມໃຫ້ບໍລິການ iTunes Match ລຸ້ນທົດສອບກັບນັກພັດທະນາແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.