ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ມາແລ້ວ Angry Birds ສຳຫລັບ Netbook Windows 7 ແລະ XP

ຂ່າວໄອທີ


Angry Birds ເກມນົກໃຈຮ້າຍ ເປັນເກມຍອດຮິດທີ່ ຫລາຍຄົນຕິດກັນງອມແງມໃນຜູ້ໃຊ້​ iOS, android. ແຕ່ປະຈຸບັນໄດ້ອອກເວີຊັ່ນສຳລັບຫລິ້ນໃນ ລະບົບປະຕິບັດການ Windows ແລ້ວ. ເຊິ່ງປະຈຸບັນມີຈຳຫນ່າຍໃນ AppUp netbook app store ຂອງ Intel ແລ້ວ ໃນລາຄາ $9.99 ແຕ່ປະຈຸບັນ ລຸດລາຄາລົງເຫລຶອພຽງ $4.99 ເທົ່ານັ້ນ.
ຫາກໃຜທີ່ຢາກລອງ Angry Birds ເວີຊັນ Windows ແລ້ວກໍ່ຮີບເຂົ້າໄປຊື້ໄດ້ເລີຍໃນລາຄາ $4.99 ກ່ອນທີ່ຈະຫມົດກຳນົດສິດໃນລາຄານີ້ ສຳລັບເວີຊັ່ນ ນີ້ຈະມີ 195 Level ດ້ວຍກັນ ແລະ ອາດຈະມີການໃຫ້ອັບເກດໄດ້ຟຼີອີກດ້ວຍໃນອານາຄົດ.

ສຳລັບ Angry Birds ເວີຊັ່ນ Windows ນີ້ຈະຮອງຮັບ Windows Xp ແລະ Windows 7 ບໍ່ແນ່ໃຈວ່າສຳລັບ Windows vista ຈະສາມາດຫລິ້ນໄດ້ບໍ່, ແຕ່ກໍ່ຫນ້າຈະໄດ້ ເພາະມັນກໍ່ເປັນເປັນແພັດຟອມດຽວກັນ. ຢ່າງໃດກໍ່ຕາມກໍ່ຫນ້ານີ້ກໍ່ມີຂ່າວອອກມາວ່າ Angry Birds ກໍ່ຈະລົງສູ່ຕະຫລາດຂອງ Play Station ເຊັ່ນກັນ ເຊິ່ງອາດຈະລົງໃນ PS3 ແລະ PSP ອາດຈະເປັນອາທິດນີ ຫລື ໄວໆນີ້ ແຟນໆ Play Station ກໍ່ຕ້ອງອົດໃຈຖ້າກັນຕໍ່ໄປ.

ເຂົ້າໄປດາວໂຫລດໄດ້ທີ່: Intel AppUp

ທີ່ມາ: Mashable

ລອງອ່ານກ່ຽວກັບ  [Google I/O] Android ເວີ່ຊັ່ນຕໍ່ໄປ ຈະມີຊື່ວ່າ Ice Cream Sandwich

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.