ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google ເຜີຍ Android 3.0 Honeycomb ຢ່າງເປັນທາງການແລ້ວ

Video, ຂ່າວໄອທີ

Android 3.0 Honeycomb ເຜີຍໂຕຢ່າງເປັນທາງການແລ້ວ

ຫລັງຈາກທີ່ທາງ Google ເຮັດວິດີໂອ ຕົວຢ່າງ Android 3.0 ຫລື Honeycomb ລຸດອອກມາ ເຊິ່ງຫລາຍຄົນທີ່ໄດ້ອ່ານຂ່າວກ່ອນຫນ້ານີ້ກໍ່ຈະຮູ້ດີ, ແຕ່ລ່າສຸດ ທາງ Google ກໍ່ອອກມາໂພສວິດີໂອຜ່ານບຼ໊ອກຂອງໂຕເອງ ໂດຍ Andy Rubin ພ້ອມກະອະທິບາຍ ກຽວກັບ Android 3.0 ຢ່າງເປັນທາງການ.

Android 3.0 ຫລື Honeycomb ນັ້ນຈະເປັນລຸ້ນຕໍ່ໄປຂອງລະບົບປະຕິບັດການ Android ເຊິ່ງໄດ້ມີການພັດທະນາຂຶ້ນມາສຳລັບ ອຸປະກອນ ທີ່ມີຂະຫນາດຫນ້າຈໍທີ່ໃຫຍ່ຂຶ້ນ, ໂດຍສະເພາະ ອຸປະກອນແທັບເລັດ. ນອກນັ້ນ ຍັງໄດ້ພັດທະນາສ່ວນຕິດຕໍ່ຜູ້ໃຊ້ໃຫມ່ ເຊິ່ງເອີ້ນວ່າ holographic user interface, ທັ້ງນີ້ ທຸກຟີເຈີທີ່ມີຢູ່ໃນ Android ລຸ້ນກ່ອນໆກໍ່ຈະເກັ່ງຂຶ້ນກວ່າເກົ່າໃນ Android 3.0 ເຊັ່ນ: ຈະມີການກອງ ລະບົບ multi-tasking, ລະບົບການແຈ້ງເຕືອນທີ່ດີຂຶ້ນ, ສາມາດເຂົ້າເຖິງ Android App ໄດ້ຫລາຍກວ່າ 100,000 app ໃນ Android Market, ການປັບແຕ່ງ ຫນ້າ Home ຂອງ ລະບົບ ພ້ອມດ້ວຍ ລະບົບ 3D, ປັບປຸງລະບົບ Widgets, ແລະ ການຕອບໂຕ້ຜູ້ໃຊ້ຕາ່ງໆໃຫ້ດີຂຶ້ນ. ນອກນັ້ນຍັງ ໄດ້ອັບເກດບຼາວເຊີໃຫ້ໃຊ້ງານໄດ້ດີຂຶ້ນ, ເພີ່ມ Tab ເຂົ້າໄປ, form auto-fill, syncing ກັບ Google Chrome bookmarks, ແລະ private browsing.

Android 3.0 Honeycomb ເຜີຍໂຕຢ່າງເປັນທາງການແລ້ວ

Android 3.0 ຍັງຈະມາກັບ Google Mobile ເວີຊັ່ນລ່າສຸດ ແລະ ໃຊ້ງານໄດ້ເຕັມປະສິທິພາບ ເປັນຕົ້ນແມ່ນ Google Maps 5 ທີ່ມີການສະແດງຜົນແບບ 3ມິຕິ ພ້ອມກັບ ໂຫມດອອຟໄລນ໌, ເຂົ້າເຖິງ 3ລ້ານກວ່າ eBook ໃນ Google eBook, Google Talk ທີ່ສາມາດແຊັດແບບເຫັນຫນ້າ ແລະ Video call ໄດ້.

ທີ່ມາ:​ Google Mobile

ລອງອ່ານກ່ຽວກັບ  Google ປ່ອຍ Android 5.0 Lollipop ໃຫ້ອັບເກຼດແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.