ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ມາຮູ້ຈັກກັບ Chrome OS ລະບົບປະຕິບັດການໃຫມ່ຈາກ Google

ລາຍງານພິເສດ

ຫຼາຍຄົນອາດຈະຍັງບໍ່ທັນຮູ້ຈັກກັບລະບົບປະຕິບັດການໃຫມ່ທີ່ຊື່ວ່າ Chrome OS ທີ່ພັດທະນາໂດຍ Google ເຊິ່ງຫາກຈະເວົ້າໃຫ້ເຂົ້າໃຈກັນງ່າຍໆ ມັນກໍ່ຄືລະບົບປະຕິບັດການຫນຶ່ງສຳລັບຄອມພິວເຕີ່ ຄືກັນກັບ ລະບົບປະຕິບັດການ Windows ທີ່ພັດທະນາໂດຍ ໄມໂຄຼຊອຟ໌ (Microsoft) ນັ້ນເອງ.

ມາຮູ້ຈັກກັບ Chrome OS ລະບົບປະຕິບັດການໃຫມ່ ຈາກ Google

Chrome OS ເປັນລະບົບປະຕິບັດການທີ່ພັດທະນາໂດຍ Google ພາຍໄຕ້ໂປຼເຈັກທີ່ຊື່ວ່າ Chromium OS, ເຊິ່ງ Chrome OS ນີ້ເປັນລະບົບປະຕິບັດການທີ່ພັດທະນາຕໍ່ຍອດມາຈາກ Linux ແລະ ໂປຼແກຼມທ່ອງເວັບທີ່ຊື່ວ່າ Google Chrome ເຊິ່ງມີຈຸດປະສົງໃຫ້ມີການໃຊ້ງານທີ່ລຽບງ່າຍ, ບໍ່ຫຍຸ້ງຍາກ, ມີຄວາມໄວ ແລະ ປອດໄພຈາກໄວຣັສຕ່າງໆ. ສຳລັບ Chrome OS ນີ້ຈະເນັ້ນການໃຊ້ງານໃນຄອມພິວເຕີແບບພົກພາ ແລະ ການໃຊ້ງານເທິງອິນເຕີເນັດເປັນຫຼັກ. ຈຸດເດັ່ນຕ່າງໆໃນການເຮັດວຽກຂອງ  Chrome OS ມີດັ່ງນີ່:

1.       Chrome OS ສາມາດບູ໊ດເຄື່ອງເຂົ້າສູ່ຫນ້າລັອກອິນໄດ້ໂດຍໃຊ້ເວລາພຽງແຕ່ 10ວິນາທີ, ແລະທີສຳຄັນ ການເປີດເຄື່ອງຈາກການປິດຊົ່ວຄາວນັ້ນໄດ້ເກືອບທັນທີທັນໃດ.

2.       ເຮັດຜູ້ໃຊ້ຮູ້ສຶກຄືກັບການໃຊ້ງານ Google Chrome ໃນລະບົບປະຕິບັດການອື່ນໆເຊັ່ນ: ໃນ Mac, ໃນ Windows, ລວມໄປເຖິງ Linux. ນອກນັ້ນ ໃນກໍລະນີທີ່ໂນດບຸ໊ກຂອງຜູ້ໃຊ້ເປ່ເພ, ສູນຫາຍ ຫລືປ່ຽນເຄື່ອງໃຫມ່ ຂໍ້ມູນທັງຫມົດກໍ່ຈະຖືກໂອນໄປຍັງ Chrome ໂນດບຸ໊ກເຄື່ອງໃຫມ່ໂດຍອັດຕະໂນມັດ (ຜ່ານການລັອກອິນໃນບັນຊີຜູ້ໃຊ້ດຽວກັນກັບເຄື່ອງເກົ່າ).

3.       ສາມາດເຊື່ອມຕໍ່ຜ່ານເຄຶອຂ່າຍໄຮ້ສາຍ ບໍ່ວ່າຈະເປັນ WIFI ຫລື 3G ໄດ້, ນອກນັ້ນຍັງສະຫນັບສະຫນຸນການເຊື່ອມຕໍ່ 3G ໄດ້ທຸກລະບົບທົວໂລກອີກດ້ວຍ.

4.       ໃນເລື່ອງຄວາມປອດໄພນັ້ນ ຜູ້ໃຊ້ບໍ່ຕ້ອງກັງວົນເລີຍວ່າຈະຕິດໄວຣັສ ຫລື ຖືກແຮັກເອົາຂໍ້ມູນສ່ວນໂຕໃດໆໄປ ເພາະວ່າໃນ Chrome OS ນີ້ຈະມີລະບົບຮັກສາຄວາມປອດໄພມາໃນໂຕ ແລະ ມີການອັບເດດໂຕເອງຕະຫລອດເວລາ.

5.       ໃນການອັບເດດເວີຊັ່ນຂອງ Chrome OS ນັ້ນ ຜູ້ໃຊ້ບໍ່ຈຳເປັນຕ້ອງອັບເດດດ້ວຍຕົນເອງ ເນື່ອງຈາກມັນຈະອັບເດດ ແລະ ແກ້ໄຂຂໍ້ບົກພ່ອງຕ່າງໆດ້ວຍໂຕຂອງມັນເອງທຸກຄັ້ງທີ່ມີການເປີດເຄື່ອງ ຫລື ເຊື່ອມຕໍ່ອິນເຕີເນັດ.

6.       ມີ Chrome Web Store ໄວ້ຮອງຮັບການ ຊື້-ຂາຍ ແລະ ດາວໂຫລດ ແອັບພິເຄຊັ່ນຕ່າງໆ ມີທັງແບບແຈກຟຼີ ແລະເສຍເງິນ. ສາມາດໃຊ້ງານໄດ້ທັງ Chrome OS ແລະ Google Chrome.

ປະຈຸບັນທາງ Google ກໍ່ໄດ້ອອກໂນດບຸ໊ກໂຕທຳອິດສຳລັບລະບົບປະຕິບັດການ Chrome OS ນີ້ແລ້ວໂດຍໃສ່ຊື່ວ່າ  Cr-48 ເພຶ່ອແຈກໃຫ້ກັບນັກພັດທະນາ, ອົງກອນທຸລະກິດຕ່າງໆ ລວມເຖິງ ຜູ້ໃຊ້ທົ່ວໄປອີກດ້ວຍ ແລະ ຈະເລີ່ມອອກວາງຈຳຫນ່າຍຢ່າງເປັນທາງການໃນກາງປີນີ້ ໂດຍຈະເລີ່ມຈາກ Acer ແລະ Samsung.

ລອງອ່ານກ່ຽວກັບ  ໂທລະສັບມືຖື ປ່ອຍຄື້ນແຮງໄປ ຫຼື ບໍ່ ?

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.