ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Samsung ໄປເຖິງເປົ້າຫມາຍ ຂາຍ Galaxy S ໄດ້ເກີນ 10ລ້ານ

ຂ່າວໄອທີ, ໂທລະສັບ

ລ່າສຸດທາງ​ Samsung ອອກມາເປີດເຜີຍຍອດຂາຍຂອງ Samsung Galaxy S ຄູ່ແຂ່ງໂຕເຕັງຂອງ iPhone 4 ວ່າຕອນນີ້ຍອດຂາຍຂອງ Samsung Galaxy S ເກີນ 10ລ້ານເຄື່ອງແລ້ວທົ່ວໂລກ ເຊິ່ງໃຊ້ເວລາບໍ່ເຖິງ 7ເດືອນ ຫາກທຽບກັບ iPhone 3G ໃນໄລຍະເວລາເທົ່າກັນ ຖືວ່າ Samsung Galaxy S ຂາຍໄດ້ຫລາຍກວ່າ.

ສຳລັບຜົນສຳເລັດຂອງ Samsung Galaxy S ເທຶ່ອນີ້ເຮັດໃຫ້ຮູ້ວ່າ Samsung Galaxy S ໄດ້ຜົນຕອບຮັບສູງ ແລະ ເຮັດໃຫ້ຮູ້ວ່າກະແສຄວາມເປັນແອນດຼອຍ ກຳລັງມາແຮງ ຢ່າງໃດກໍ່ຕາມ ທາງ Samsung ຍັງໂມ້ເພີ່ມອີກວ່າ: ໄດ້ຂາຍ 4ລ້ານເຄື່ອງໃນ ທະວີບອາເມລິກາເຫນຶອ, 2.5ລ້ານເຄື່ອງໃນເອີຣົບ ແລະ ຫລາຍກວ່າ 2ລ້ານເຄືອງທີ່ເກົາຫລີໄຕ້.

ທີ່ມາ: Mashable

ລອງອ່ານກ່ຽວກັບ  Samsung Galaxy Player ມີຍອດຂາຍ 2ຫມື່ນເຄື່ອງ ພາຍໃນ 10ວັນ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.