ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Youtube ເພີ່ມຄວາມຍາວວິດີໂອ ສຳຫລັບຜູ້ທີ່ປະຕິບັດຕາມກົດ

ຂ່າວໄອທີ

ເນື່ອງຈາກທາງ Youtube ໄດ້ພັດທະນາເຄື່ອງມືການກວດຈັບວິດີໂອທີ່ມີລິຂະສິດ ຫລືຕ້ອງຫ້າມ ໄດ້ດີຂຶ້ນເລື່ອຍໆແລ້ວກໍ່ໄດ້ມີການເພີ່ມຄວາມຍາວວິດີໂອຈາກ 10ນາທີ ເປັນ 15ນາທີ່ ຕໍ່ຫນຶ່ງຄິບຫລືຫນຶ່ງວິດີໂອ (ຂ່າວເກົ່າ). ລ່າສຸດທາງ Youtube ກໍ່ໄດ້ອອກມາປະກາດຜ່ານບ໊ອກວ່າ ຈະໃຫ້ຜູ້ໃຊ້ທີ່ປະຕິບັດຕາມກົດມາຕະຫລອດ ແລະ ບໍ່ເຄີຍອັບໂຫລດວິດີໂອທີ່ຜິດກົດ ຫລື ມີລິຂະສິດຕ່າງໆ ນັ້ນສາມາດອັບໂຫລດວິດີໂອໄດ້ຫລາຍກວ່າ 15ນາທີ່ ແລ້ວ(ແຕ່ບໍ່ໄດ້ບອກເຈາະຈົງວ່າຈຳກັດຢູ່ເທົ່າໃດ).

ເຊິ່ງຫາກຜູ້ໃດຕ້ອງການຢາກຮູ້ວ່າຕົນເອງໄດ້ຮັບສິດນັ້ນຫລືບໍ່ ກໍ່ພຽງເຂົ້າໄປ Youtube.com ແລ້ວ Sign in ເຂົ້າບັນຊີຂອງໂຕເອງ ແລ້ວກໍ່ຄິກໄປທີ່ Upload ຫາກຍັງເປັນ 15 ນາທີ່ ກັບ 2GB ສະແດງວ່າທ່ານບໍ່ໄດ້ຮັບສິດນັ້ນ

ທີ່ມາ: Youtube Blog ຜ່ານ Mashable

ລອງອ່ານກ່ຽວກັບ  ຫລຸດແລ້ວ, Lenovo ມາຮ່ວມຕະຫລາດແທັບເລັດດ້ວຍ ThinkPad Tablet

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.