ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ໂມງ ແບບເທ່ໆ ທັນສະໄຫມ ທີ່ມະນຸດໄອທີທຸກຄົນ ຄວນມີໄວ້ໃສ່

Gadget

ຫລາຍຄົນອາດຈະມັກໃສ່ໂມງ ແຕ່ຫລາຍຄົນກໍ່ບໍ່ມັກໃສ່, ແຕ່ສຳລັບມະນຸດໄອທີ ຫລື ຄົນທີ່ນຳທັນເທັກໂນໂລຢີ ແບບພວກເຮົາຫາກມີໂມງໃສ່ໃນແຂນຈັກຫນ່ວຍ ກໍ່ອາດຈະເລືອກໂມງທີ່ມີລັກສະນະທັນສະໄຫມ, ແປກໃຫມ່ ເພຶ່ອໃຫ້ເຂົ້າກັບບຸກຂະລິກຂອງຊາວໄອທີ່ແບບເຮົາໆ. ມື້ນີ້ກໍ່ເລີຍຈະມານຳສະເຫນີ ໂມງໃສ່ແຂນ ທີ່ເທ່, ມີສະໄຕລ໌, ແປກໃຫມ່ ທີ່ລາຄາພໍຈັບຕ້ອງກັນໄດ້ມາຝາກໃຫ້ເລືອກ ເພຶ່ອມີບາງໂຕຖືກໃຈທ່ານຜູ້ອ່ານ.

ມາເລີ່ມກັນທີ່ໂຕທຳອິດເລີຍ ໂຕນີ້ຊື່ວ່າ: Kisai Satellite ເປັນໂມງທີ່ໃຊ້ເທັກໂນໂລຢີໄຟ LED ເພຶ່ອສະແດງເວລາ, ໂມງຫນ່ວຍນີ້ຈະມີສອງສີໃຫ້ເລືອກຄື: ສີຂາວ ແລະ ສີດຳ ນອກນັ້ນ ຍັງມີສອງສີຂອງໄຟສະແດງຜົນອີກດ້ວຍຄື ຂຽວ ແລະ ຟ້າ, ຍັງສາມາດຊາກແບັດເຕີລີໄດ້ຜ່ານທາງ USB ທີ່ຈະແຖມມານຳ, ສຳລັບລາຄາແມ່ນຢູ່ທີ່ $93.79 ເທົ່ານັ້ນ ລາຍລະອຽດເຂົ້າໄປເບິ່ງໄດ້ທີ່ www.tokyoflash.com

ສາມາດເບິງຮູບເພີ່ມເຕີມໄດ້ທີ່ http://www.dropmocks.com/mN6B9

ອັນຕໍ່ມາຊື່ວ່າ ZIIIRO Gravity ເປັນໂມງລັກສະເປັນປອກແຂນ ເຫມາະສຳສຳລັບຜູ້ຍິງ ເຖິງຫນ້າຕາມັນຈະບໍ່ຄ້າຍຄືກັບໂມງປານໃດ ແຕ່ມັນກໍ່ເກ໋ໄປອີກແບບ ແລະ ຫາກຈະຊື້ໄວ້ໃສ່ ຫລື ອາດຈະຊື້ໃຫ້ແຟນ ກໍ່ຕ້ອງຝຶກວິທີການເບິງໂມງໂຕນີ້ກ່ອນເລັກນ້ອຍ ເພຶ່ອເຮັດໃຫ້ຊິນເຄີຍກັນມັນ,​ ສຳລັບໂມງໂຕນີ້ມີມາໃຫ້ເລືອກທັງຫມົດສາມສີໃຫ້ເລືອກຄື: ຂາວ, ດຳ, ເຫລືອງ. ແຕ່ຈະມີຫນ້າປັດໃຫ້ເລືອກເຖິງ 6ສີ ຄື: ຂາວ, ບົວ,ຂຽວ,ຟ້າ,ແດງ ແລະ ເຫລືອງ. ສ່ວນລາຄານັ້ນ ຢູ່ທີ່ EUR110.00 ແລະ EUR120.00 ລາຍລະອຽດເຂົ້າເບິງໄດ້ທີ່: http://www.ziiiro.com/shop

ສາມາດເບິ່ງຮູບເພີ່ມເຕີມໄດ້ທີ່ http://www.dropmocks.com/mOBl9

ອັນຕໍ່ມາຊື່ວ່າ World Time Curved E Ink Watch ເປັນໂມງຈາກທາງ www.phosphorwatches.com ເຊິງຈະໃຊ້ເທັກໂນໂລຢີ E Ink ເປັນເທັກໂນໂລຢີ ທີ່ໃຊ້ໃນເຄື່ອງອ່ານອີບຸ໊ກ ຢ່າງ Kindle ເພຶ່ອບໍ່ໃຫ້ສະທ້ອນ ຫລື ເຫລື້ອມ ໃນທີ່ແຈ້ງນັ້ນເອງ. ສຳລັບ World Time Curved E Ink Watch ນີ້ຈະມີໃຫ້ເລືອສອງສີ ຄື: ສີຂາວ ແລະ ດຳ ສຳລັບສີດຳຈະມີສອງແບບໃຫ້ເລືອກຄື ແບບສາຍເປັນຫນັງ ແລະ ເປັນຢາງ, ນອກນັ້ນຍັງມີລຸ້ນທີ່ເປັນສະເຕັນເລດອີກດ້ວຍ. ສຳລັບລາຄາແມ່ນເລີ່ມຕົ້ນທີ່ $150ລຸ້ນສາຍເປັນຢາງ, $165ລຸ້ນສາຍເປັນຫນັງ ແລະ ແບບສະເຕັນເລດແມ່ນຢູ່ທີ່ $195 ເຊິ່ງທຸກລຸ້ນຈະມີຫນ້າຈໍສະແດງຜົນແບບດຽວກັນ ເຊິງສາມາດປ່ຽໄດ້ຫລາຍແບບອີກດ້ວຍ. ລາຍລະອຽດ www.phosphorwatches.com

ຮູບພາບເພີ່ມເຕີມເຂົ້າເບິງໄດ້ທີ່: http://www.dropmocks.com/mOA2z

ອັນສຸດທ້າຍຂອງບົດຄວາມນີ້ຂໍປິດທ້າຍທີ່ Swap Rebel watch phone ເປັນໂມງທີ່ສາມາດໂທອອກໄດ້ ເຊິ່ງ Swap Rebel watch phone ເປັນລຸ້ນລ່າສຸດທີ່ມີຟັງຊັ່ນຄົບຖ້ວນ ຮອງຮັບ Multitasking, ຈໍສຳພັດຂະຫນາດ 1.46ນິ້ວ, ມີກ້ອງໃນໂຕສາມາດຖ່າຍຮູບ ແລະວິດີໂອໄດ້, ຮອງຮັບການຫລິ້ນວິດີໂອ ແບບ 3GP ແລະ MPEG-4, ຄວາມຈຳໃນໂຕ 128mb ສາມາດເພີ່ມໄດ້ໂດຍການໃສ່ກາດຄວາມຈຳແບບ Micro SD Card ເຂົ້າໄປໄດ້ເຖິງ 8GB, ຮອງຮັບລະບົບ GSM ແລະຍັງສາມາດ, ຟັງເພງ, ຟັງວິທະຍຸ, ຫລິນອິນເຕີເນັດ, ສົ່ງຂໍ້ຄວາມ, ແລະອື່ນໆອີກຫລາຍຢ່າງ. ມີໃຫ້ເລືອກທັງຫມົດ 5ສີ ຄື: ສີດຳ,ສິບົວ,ສີສົ້ມ,ສີຂາວ ແລະສີຂຽວ ສ່ວນລາຄາຕອນນີ້ຢູ່ທີ່ $298 ລາຍລະອຽດເຂົ້າໄປເບິ່ງໄດ້ທີ່ www.s-w-a-p.co.uk

ຮູບພາບເພີ່ມເຕີມເຂົ້າໄປທີ່: http://www.dropmocks.com/mOVna

ລອງອ່ານກ່ຽວກັບ  Neckey ຂາຕັ້ງໂນ້ດບຸ໊ກທີ່ໃສ່ໃຈສຸຂະພາບ ຂອງທ່ານ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.