ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ສ່ວນແບ່ງຕະຫຼາດໂທລະສັບມືຖື ປະຈຳເດືອນຕຸລາ ໃນ ອາເມລິກາ

ຂ່າວໄອທີ, ໂທລະສັບ

ລາຍງານຂ່າວລາສຸດ ເຖິງການວິເຄາະຕະຫລາດໂທລະສັບມືຖື ຂອງເດືອນຕຸລາໃນ ສະຫະລັດອາເມຣິກາ ເຊິ່ງແບ່ງເປັນຫລັກໆ ສອງປະເພດ ຄື:​ ຟີເຈີໂຟນ ແລະ ສະມາດໂຟນ. ເຊິ່ງຕະຫລາດຊ່ວນໃຫຍ່ຈະເປັນຂອງ ຟີເຈີໂຟນທີ່ກວມເອົາທັງຫມົດ 70.3% ແລະອີກ 29.7% ເປັນຂອງຕະຫລາດສະມາດໂຟນ.

ຈາກສ່ວນແບ່ງຂອງຕະຫລາດສະມາດໂຟນນັ້ນ ສ່ວນແບ່ງຫລາຍອັນດັບຫນຶ່ງຍັງເປັນ iOS ຂອງ Apple ທີ່ກິນສ່ວນແບ່ງຕະຫລາດໄປ 27.9% ແລະ ອັນດັບສອງເປັນ BlackBerry ຂອງ RIM ເຊິງກິນສ່ວນແບ່ງຕະຫລາດໄປສູສີກັບ iOS ຫລືາຍເຊິ່ງຢູ່ທີ່ 27.4%, ຕາມາດ້ວຍອັນດັບສາມແມ່ນ Android ທີ່ນຳມາຕິດ ແລະຕອນນີ້ມີສ່ວນແບ່ງໃນຕະຫລາດໄປແລ້ວເຖິງ 22.7%, ອັນດັບສີ່ເປັນຂອງ Windows Phone ກິນສ່ວນແບ່ງຕະຫລາດໄປ 14%, ອັນດັບຫ້າເປັນຂອງ Symbian ກິນສ່ວນແບ່ງຕະຫລາດຢູ່ທີ່ 3.4%, ຂອງ Linux 3.3% ແລະ Palm ຢູ່ທີ່ 1.3%.

ທີ່ມາ: Nielsen
ລອງອ່ານກ່ຽວກັບ  ລາຍລະອຽດຕ່າງໆ ຂອງ MacBook Air 11ນິ້ວ ແລະ 13ນິ້ວ

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ເປັນການຍາດແຍ່ງສ່ວນແບ່ງການຕະລາດທີ່ດູເດືອດຫລາຍ
    ເຊຍ android ເດີ

    1. ເຊຍ iOS ຮະຮະ ຂອງສາສະດາເພີ່ນດີແທ້ໆ ຫນ້າຫນັບຖືສາສະຫນານີ້. ເລີ່ມເຊົານັບຖືສາສະຫນາ Symbian ແລ້ວ, ຕອນນິປະໂຫຍດທີ່ໃຊ້ໄດ້ຈາກ Nokia ຂ້ອຍກະມີແຕ່. ທະວິດຮູບ, SMS ແລະ Dict ຫລິ້ນເວັບບໍ່ໄດ້ແລ້ວ. ເຂົ້າເວັບໃຫຍ່ໆບາດໃດ ເຄື່ອງຍຸດ ຮະຮະ

  2. ມີຂ່າວທີ່ໜ້າເຊື່ອຖີໄດ້ວ່າ nokia ອາດຈະຕັດຫາງປ່ອຍ Symbian ແລ້ວໄປຊົບອົກກັບ microsoft ບໍ່ແນ່ປີ 2011 ອາດຈະປ່ຽນລະບົບເປັນ windows phone7 ເພື່ອລໍຖ້າການພັດທະນາລະບົບ Meego ດ້ວຍການຈັບມືກັບ intel ແຕ່ເຊື່ອແນ່ວ່າຖ້າລະບົບດັ່ງກ່າວເສັດສົມບຸນໂນເກຍກະຕ້ອງຖີບຫົວສົ່ງ windows phone ແນ່ນອນ…….

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.