ເລື່ອງລາວຂອງ TECH, STARTUP, ແລະ DIGITAL

10 ອັນດັບ Gadget ຍອດຮິດ ປະຈຳປີ 2010 [Time]

ຂ່າວໄອທີ

ຊ່ວງທ້າຍໆປີສ່ວນຫລາຍກະບໍ່ມີຫຍັງໃຫ້ຮືຮາກັນຫລາຍນອກຈາກການຈັດອັນດັບ ຫລື ສະຖິຕິຕ່າງໆ. ເຊິ່ງກ່ອນຫນ້ານີ້ທາງເວັບເຮົາກໍ່ໄດ້ນຳສະເຫນີກ່ຽວກັບ ສະຖິຕິຕ່າງໆບໍ່ວ່າຈະເປັນ: Twitter, Facebook ແລະ Google ກັນໄປແລ້ວ. ລ່າສຸດກໍ່ຈະນຳສະເຫນີກ່ຽວກັບແກັດເຈັດ ຫລື ນະວັດຕະກຳທີ່ຄົນສົນໃຈ, ມີໄວ້ຄອບຄອງ, ເປັນທີ່ຕ້ອງການ ແລະ ເປັນທີ່ນິຍົມຊົມຊອບ ປະຈຳປີ 2010 ນີ້.

10 ອັນດັບແກັດເຈັດ ຍອດຮິດ ປະຈຳປີ 2010

ອັນດັບ 1 ໄດ້ແກ່ iPad: iPad ເປັນນະວັດຕະກຳຄອມພິວເຕີແບບພົກພາ ຫລື ເອີ້ນກັນວ່າ ແທັບເລັດ ທີ່ຜະລິດໂດຍ Apple, ເປັນແທັບເລັດທີ່ຂາຍດີ ແລະມີຍອດຂາຍສູງແລະໄວເປັນປະຫວັດສາດ ເຊິ່ງສາມາດຂາຍໄດ້ 3ລ້ານເຄື່ອງພາຍໃນ ເດືອນທຳອິດ ແລະກໍ່ເປັນ ແທັບເລັດອັນດັບຫນຶ່ງຂອງໂລກອີກດ້ວຍ.

ອັນດັບທີ່ 2 ໄດ້ແກ່ Samsung Galaxy S: Samsung Galaxy S ຖືວ່າເປັນສະມາດໂຟນທີ່ມາແຮງ ແລະຖືເປັນໂຕເຕັງຫລັກຂອງ iPhone 4 ທີ່ເປັນສຸດຍອດສະມາດໂຟນເຊັ່ນດຽວກັນ.

ອັນດັບ 3 ໄດ້ແກ່ MacBook Air ລຸ້ນລ່າສຸດຂະຫນາດ 11ນິ້ວ: MacBook Air 11ນິ້ວ ເປັນໂນດບຸ໊ກ ທີ່ອອກແບບໄດ້ຫລູຫລ້າອັນລັງການ, ບາງເບົາ ແລະມີນ້ຳຫນັກພຽງແຕ່ 1ກິໂລກຣາມ ເທົ່ານັ້ນ,

ອັນດັບ 4 ໄດ້ແກ່ Google TV Logitech Revue: ເປັນນະວັດຕະກຳທີ່ຈະມາປ່ຽນແປງການຕິດຕາມຂາວສານ, ຄວາມບັນເທີງຕ່າງໆ ໃຫ້ລວມໄປຢູ່ໃນໂລກອິນເຕີເນັດ ນອກນັ້ນ Google TV ໂຕນີ້ຍັງສາມາດທ່ອງເວັບ ແລະ ມີແອັບພິເຄຊັ່ນຕ່າງໆມາໃຫ້ອີກດ້ວຍ. ສຳຫລັບ Google TV Logitech Revue ນີ້ຈະມາພ້ອມກັບຄີບອດໄຮ້ສາຍທີ່ສະເຫມືອນເປັນລີໂຫມດໃຊ້ໃນການຄວບຄຸມ ລາຄາເປີດໂຕທີ່: $299.99 ປະຈຸບັນເຫລຶອພຽງ $249.99

ອັນດັບທີ່ 5 ໄດ້ແກ່ Nexus One: ເປັນສະມາດໂຟນຂອງ Google ທີ່ຜະລິດໂດຍ HTC ເຊິ່ງ Nexus One ກໍ່ເປັນສະມາກໂຟນທີ່ Google ສັ່ງຜະລິດ ແລະ ເຮັດໄວ້ເປັນຕົ້ນແບບຂອງ ແລະທົດສອບລະບົບປະຕິບັດການ Android.


ອັນດັບທີ່ 6 ໄດ້ແກ່ iPhone 4:
iPhone 4 ເປັນສະມາດໂຟນຈາກທາງ Google ແລະກໍ່ເປັນສະມາດໂຟນທີ່ບາງທີ່ສຸດ, ມີຈໍສະແດງຜົນທີ່ລະອຽດເກີນກວ່າສາຍຕາຄົນປົກກະຕິຈະຮັບໄດ້ເຊິ່ງເອີ້ນວ່າ Retina display, ທັງເປັນສະມາດໂຟນທີ່ຂາຍດີ ແລະ ທີ່ມີຍອດຂາຍໄວທີ່ສຸດເຊັ່ນກັນຄື 1.7ລ້ານເຄື່ອງໃນສາມມື້ທຳອິດ ແລະຍັງມີຄວາມຕ້ອງການຢ່າງຕໍ່ເນື່ອງ ເຖິງຈະມີຂ່າວບໍ່ດີອອກມາກ່ຽວກັບເລື່ອງສັນຍານຕົກກໍ່ຕາມ.


ອັນດັບທີ່ 7 ໄດ້ແກ່ Apple TV: Apple TV ເປັນອຸປະກອນ ຫລື ນະວັດຕະກຳແຫ່ງຄວາມບັນເທີງແບບໃຫມ່ ເຊິ່ງຈະໃຫ້ບໍລິການລັກສະນະເຊົ່າ ໂດຍຈະເສຍເປັນແຕ່ລະຄອນເທັ້ນ, ເຊິ່ງກໍ່ຈະມີລາຍການໂທລະທັດ, ຫນັງ, ລະຄອນ ແລະສາມາດເຊື່ອມຕໍ່ກັບບໍລິການອື່ນໆໄດ້ອີກດ້ວຍ ລາຄາ ຂອງ Apple TV ຢູ່ທີ່ $99.


ອັນດັບທີ່ 8 ໄດ້ແກ່ Toshiba Libretto W100: Toshiba Libretto W100 ເປັນໂນດບຸ໊ກສອງຈໍຂະຫນາດ 7ນິ້ວ ເຊິ່ງສາມາດສຳພັດໄດ້ທັງສອງຈໍ ແລະ ຍັງຜະລິດອອກມາເປັນ limited-edition device ຄືຜະລິດໃນຈຳນວນຈຳກັດ.


ອັນດັບທີ່ 9 ໄດ້ແກ່ Microsoft Kinect: ສຳລັບ Microsoft Kinect ກໍ່ເປັນອຸປະກອນເສີມໃນເຄື່ອງຫລິ້ນ Game Xbox 360 ເຊິງຈະເຮັດໃຫ້ຜູ້ຫລິ້ນນັ້ນສາມາດຄວບຄຸມເກມດ້ວຍທ່າທາງຂອງຜູ້ຫລິ້ນເອງ ໂດຍບໍ່ຕ້ອງຖືອຸປະກ່ອນໃດໆໃນການຫລິ້ນ ສ່ວນລາຄາຢູ່ທີ່ $149

ອັນດັບທີ່ 10 ໄດ້ແກ່ Nook Color: Nook Color ເປັນເຄື່ອງອ່ານ E-book ທີ່ໃຊ້ການສະແດງຜົນແບບຈໍສີ ສຳພັດ ທີ່ອອກມາໃນລາຄາທີ່ເຫມາະສົມ ເຊິ່ງລາຄາຢູ່ທີ່ $250 ເຖິງຈະເປັນອັນດັບສຸດທ້າຍ ແຕ່ກໍ່ຫນ້າພູມໃຈທີ່ຕິດ ຫນຶ່ງໃນ 10 ສຳຫລັບ Nook Color

ອ້າງອີງຈາກ:​ Time magazine

ລອງອ່ານກ່ຽວກັບ  HTC ເປີດໂຕແທັບເລັດ ຂະຫນາດ 7ນິ້ວ ຊື່ Flyer ໃນງານ MWC 2011

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.