ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Skype ສຳລັບ iOS ອັບເດດເປັນ 3.0 ຮອງຮັບ Video call

ຂ່າວໄອທີ

ລ່າສຸດທາງ Skype ໄດ້ອັບເດດແອັບພິເຄຊັນຂອງຕົວເອງເປັນເວີຊັນ 3.0 ເຊິ່ງໃນເວີຊັ່ນນີ້ ໄດ້ຮອງຮັບການໂທແບບເຫັນຫນ້າ ຫລື Video Call ນັ້ນເອງ ເຊິ່ງສາມາດໂທຫາຜູ້ໃຊ້ Skype ໃນ Windows, Mac OS X, Linux ຈົນໄປເຖິງຜູ້ໃຊ້ iOS ດ້ວຍກັນ, ເຊິ່ງຈະສາມາດໂທໄດ້ຜ່ານເຄຶອຂ່າຍ WiFi ແລະ ເທິງລະບົບ 3G ໄດ້ອີກດ້ວຍ.

Skype ສຳລັບ iOS ອັບເດດເປັນ 3.0 ຮອງຮັບ Video call

ໃນເວີຊັ່ນນີ້ຍັງຮອງຮັບການໂທແບບເຫັນຫນ້າໃນ iPhone 3GS, iPhone 4, ແລະ  iPod touch 4G ເຊິ່ງສຳລັບ iPhone 3GS ນັ້ນຈະການໃຊ້ກ້ອງດ້ານຫລັງແທນ ແລະ ສຳລັບ iPhone 4 ແລະ iPod touch 4G ນັ້ນສາມາດໃຊ້ກ້ອງໄດ້ທາງສອງບໍ່ວ່າຈະເປັນດ້ານຫນ້າ ຫລື ດ້ານຫລັງ.

ນອກນັ້ນ iPad, iPod touch 3G ທີ່ບໍ່ມີກ້ອງ ຈະຍັງສາມາດຮັບສາຍການໂທແບບເຫັນຫນ້າໄດ້ ແລະ ຈະສາມາດເຫັນຫນ້າຂອງຜູ້ໃຊ້ທີ່ໂທເຂົ້າມາໄດ້ເຊັ່ນດຽວກັນ, ສຳລັບ Skype ເວີຊັ່ນ 3.0 ນີ້ຮອງຮັບຕັ້ງແຕ່ iPhone, iPhone 3G, iPhone 3GS, iPhone 4, iPad ແລະ iPod touch ທຸກລຸ້ນ ທີ່ໃຊ້ລະບົບປະຕິບັດການເວີຊັ່ນ 3.0 ຂຶ້ນໄປ ແຕ່ສຳລັບ video call ນັ້ນຕ້ອງເປັນ iOS 4.0 ຂຶ້ນໄປ.

ສຳລັບຜູ້ທີ່ມີ Skype ແລ້ວຢູ່ໃນ iPhone, iPod touch ຫລື iPad ສາມາດອັບເດດ ຫລື ຈະດາວໂຫລດກໍ່ໄດ້ ຜ່ານທາງ App Store

Update: ມີການທົດລອງ ແລະ ຄິດໄລອອກມາວ່າ ການເຮັດ Video Call ໃນ Skype ຜ່ານເຄຶອຂ່າຍ 3G ນັ້ນ ຈະໃຊ້ DATA ປະມານ 3.4 MB ຕໍ່ຫນຶ່ງນາທີ່

ທີ່ມາ: Engadget

ລອງອ່ານກ່ຽວກັບ  ຫຼຸດ iPhone 7 ລຸ້ນທີ່ກໍາລັງຈະອອກໃນເດືອນກັນຍາ ນີ້

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.