ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຂ່າວລື: Case ສຳຫລັບ iPad 2 ອອກມາແລ້ວ

ຂ່າວໄອທີ, ແທັບເລັດ

ລ່າສຸດມີການລາຍງານວ່າທາງຜູ້ຜະລິດລາຍຫນຶ່ງຈາກປະເທດຈີນ ໄດ້ຜະລິດ Case ສຳຫລັບໃສ່ iPad ລຸ້ນຕໍ່ໄປ, ເບິ່ງຄືກັບວ່າທາງຜູ້ຜະລິດລາຍນີ້ອາດຈະຮູ້ແລ້ວວ່າຫນ້າຕາຂອງ iPad ລຸ້ນຕໍ່ໄປຈະເປັນແນວໃດ, ເຊິ່ງຈາກທີ່ສັງເກດ Case ຫລືຮູບຂ້າງເທິງນີ້ ກໍຈະສັງເກດເຫັນວ່າຈະມີຮູສຳຫລັບກ້ອງ ນັ້ນຫມາຍຄວາມວ່າ iPad ລຸ້ນຕໍ່ໄປຈະມີກ້ອງຫລັງເພີ່ມເຂົ້າມາອີກ, ມີຮູຢູ່ທາງດ້ານລຸ່ມສຳຫລັບຕໍ່ສາຍເຄເບິນ ຫລື ອຸປະກອນອື່ນໆ ແຕ່ ອີກຮູຫນຶ່ງມາແບບລຶບລັບ ບໍ່ຮູ້ວ່າເຮັດມາເພຶ່ອຫຍັງ ເຊິ່ງຄາດການວ່າອາດຈະເປັນບ່ອນໃສ່ ກາດຄວາມຈຳ ຫລືລຳໂພງ ຫລືຫຍັງຈັກຢ່າງ. ອາດຈະເປັນໄປໄດ້ວ່າຜູ້ຜະລິດລາຍນີ້ອາດຈະໄດ້ເຫັນ ເຄື່ອງ iPad ລຸ້ນຕໍ່ໄປແລ້ວ ຢ່າງໃດກໍ່ຕາມກໍ່ຕ້ອງຕິດຕາມກັນຕໍ່ໄປ ຫາກວ່າ iPad ລຸ້ນຕໍ່ໄປມີທັງກ້ອງຫນ້າ ແລະ ຫລັງພ້ອມທັງຊ່ອງໃສ່ກາດຄວາມຈຳເພີ່ມເຕີມ ເຊິ່ງທີ່ຜູ້ໃຊ້ຕ້ອງການຫລາຍຈາກ iPad ແລະ ກໍ່ເປັນຂໍ້ດ້ອຍຂອງ iPad ທີ່ເຮັດໃຫ້ຜູ້ບໍລິໂພກຫັນໄປຫາແທັບເລັດໂຕອື່ນ ມັນອາດຍາດສ່ວນແບ່ງຕະຫລາດໄດຫລາຍຂຶ້ນ, ຫາກໃຜທີ່ກຳລັງຈະຊື້ iPad ໃຫມ່ຕອນນີ້ແນະນຳໃຫ້ລໍຖ້າໄປກ່ອນ ເພາະຂ່າວຄາວຂອງ iPad ລຸ້ນຕໍ່ໄປມັນເລີ່ມຊັດຂຶ້ນທຸກມື້ແລ້ວ ຫາກຊື້ຕອນນີ້ອາດຈະເສຍດາຍ.

ທີ່ມາ: Engadget

ລອງອ່ານກ່ຽວກັບ  ລາຍລະອຽດຕ່າງໆຂອງ iOS 5 ຖືກເຜີຍໃນງານງານ WWDC 2011

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.