ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Pushme.to App ສຳຫລັບ iPhone ແລະ iPod Touch

FREE WARE, iOS Apps

ມາເລີ່ມຂຽນແນະ App ໃນສະມາດໂຟນກັນເປັນບົດຄວາມທຳອິດ ກໍ່ຢາກຈະແນະນຳ App ແຈ໋ມໆທີ່ໃຊ້ງານງ່າຍ ແລະ ຟຼີ ຕາມພາສາລອງເວັບເຮົາ, ມື້ນີ້ຈະມາແນະນຳ App ທີ່ຊື່ວ່າ Pushme.to

Pushme.to ເປັນ App ທີ່ໃຊ້ສຳຫລັບການຕິດຕໍ່ສື່ສານແບບຂໍ້ຄວາມ ຫລື instant Messages ໂດຍສາມາດຮັບສົ່ງຂໍ້ຄວາມ ແລະ ຮູບພາບໄດ້ຢ່າງວ່ອງໄວ. ພຽງຜູ້ໃຊ້ມີ iPhone ຫລື iPod Touch ເທົ່ານີ້ກໍ່ສາມາດຕິດຕໍ່ກັນຜ່ານທາງ  Pushme.to ໄດ້ແລ້ວ. ຫາກຫມົດເທົ່ານີ້ມັນກໍ່ບໍ່ຫນ້າສົນໃຈແມ່ນບໍ່, ມາເສີມກັນດ້ວຍຟັງຊັ່ນສຳຫລັບຫມູ່ຂອງເຮົາ ທີ່ບໍ່ມີ iPhone ຫລື iPod ໃຊ້ ກໍ່ສາມາດສົ່ງຂໍ້ຄວາມແລະຮູບພາບຫາເຮົາໄດ້ເຊັ່ນກັນໂດຍຈະສົ່ງຜ່ານຫນ້າເວັບ ໂດຍເຂົ້າໄປທີ່ລິ້ງຊື່ຂອງເຮົາເຊັ່ນຕົວຢ່າງ: pushme.to/name ພຽງເທົ່ານີ້ຫມູ່ເພຶ່ອນຂອງເຮົາກໍ່ຈະສາມາດຕິດຕໍ່ເຮົາໄດ້ແລ້ວ.

ອັນສຸດທ້າຍນິມັກສຸດ ນັ້ນກະຄື Widget ເຊິງໃນສ່ວນຂອງ Widget ນີ້ແມ່ນເຮົາສາມາດ ນຳໄປຕິດໄວ້ທີ່ເວັບໄຊຕ໌ ຫລື ບຼ໊ອກ ຕ່າງໆຂອງເຮົາ ຫລື ຈະເປັນເວັບໄຊຕ໌ເຊີງທຸລະກິດອື່ນໆກໍ່ຫນ້າສົນ ເພາະຫລັງຈາກທີ່ເຮົານຳໄປຕິດໃສ່ແລ້ວ ເວລາມີຄົນຢາກຕິດຕໍ່ຫລືສອບຖາມ ຈະສາມາດພິມລົງໄປໃນກ່ອງ Widget ນັ້ນໄດ້ໃນທັນທີ ແລ້ວຂໍ້ຄວາມນັ້ນກໍ່ຈະເດັ້ງຂຶ້ນມາໃນ iPhone ຫລື iPod Touch ຂອງເຮົາທັນທີ. ຫລັງຈາກນັ້ນ ຜູ້ທີ່ຕິດຕໍ່ມານັ້ນກໍ່ຈະສາມາດເຫັນຄຳຕອບໄດ້ທັນທີເທິງເວັບ ເວລາທີ່ເຮົາຕອບກັບໄປ ແລະ ບໍ່ຕ້ອງເປັນຫ່ວງ ເວລາຄົນອື່ນມາກໍ່ຈະບໍ່ເຫັນຂໍ້ຄວາມທີ່ລົມກັບອີກຄົນ ເຊິ່ງມັນຈະແຍກກັນໂດຍ ອັດຕະໂນມັດ.

ລາຍລະອຽດເພີ່ມເຕີມ ທີ່ Pushme.to ດາວນ໌ໂຫລດໄດ້ທີ່ App Store ໄດ້ເລີຍ ຫລື ຈະຕາມລິ້ງທາງລຸ່ມນີ້ກໍ່ໄດ້

http://itunes.apple.com/us/app/pushme-to/id343341970

ລອງອ່ານກ່ຽວກັບ  Dropbox ບໍລິການຝາກແລະແຊຼໄຟລ໌ ໃຊ້ໄດ້ທຸກທີ່ທຸກເວລາ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.