ເລື່ອງລາວຂອງ TECH, STARTUP, ແລະ DIGITAL

PlayStation ກຳລັງຈະອອກ App ສຳລັບ iPhone ແລະ Android

iOS Apps, ຂ່າວໄອທີ, ໂທລະສັບ

ລ່າສຸດທາງ PlayStation ເອີຣົບໄດ້ປະກາດຜ່ານບຼ໊ອກວ່າ ກຳລັງຈະອອກ PlayStation App ສຳລັບ iPhone ແລະ Android ເຊິ່ງໃນ PlayStation App ນີ້ຈະເປັນການຕິດຕາມຂ່າວ, ການເຄື່ອນໄຫວຕ່າງໆຂອງທາງ PlayStation ເອງ ແລະກໍ່ມີດັ່ງນີ້:

  • ກວດເຊັກສະຖານະ, ລະດັບ ຂອງເກມທີ່ຕົນເອງ ຫລື ຫມູ່ເພື່ອນຫລິ້ນຢູ່ ເຊິ່ງຈະດຶງຂໍ້ມູນຈາກ PlayStation Network ມາສະແດງນັ້ນເອງ
  • ແຈ້ງຂ່າວໃຫມ່ກ່ຽວກັບ ເກມ, ຂ່າວ ແລະ ອຸປະກອນຕ່າງໆສຳຫລັບ PlayStation 3, PSP ແລະ PlayStation 2.
  • ອ່ານທຸກຂ່າວທີ່ປະກາດຜ່ານບຼ໊ອກຂອງ European PlayStation.Blog.
  • ແບງປັນ, ແນະນຳຂ່າວ, ອຸປະກອນ, ເກມ ແລະອື່ນໆທີ່ທ່ານມັກໃຫ້ກັບ ຫມູ່ເພື່ອນໄດ້ໂດຍຜ່ານ Facebook, Twitter ແລະກໍ່ e-mail

PlayStation App ສຳຫລັບ iPhone ແລະ Android ຈະສະຫນັບສະຫນຸນ iPhone, iPod Touch ທີ່ໃຊ້ iOS4 ຂຶ້ນໄປ ແລະ Android ຈະຕ້ອງເປັນເວີຊັນ 1.6 ຂຶ້ນໄປ. ເຊິ່ງທາງ Europe Playstation Blog ບອກອີກວ່າຈະອອກພາຍໃນຕົ້ນປີ 2011 ນີ້ ແລະ ສຳຫລັບທ່ານຜູ້ອ່ານກໍ່ຢ່າເຂົ້າໃຈຜິດວ່າ PlayStation App ສຳຫລັບ iPhone ແລະ Android ນີ້ຈະເປັນ App ສຳຫລັບຫລິ້ນເກມຕະກູນ PlayStation. 😀

ທີ່ມາ: Europe Playstation Blog

ລອງອ່ານກ່ຽວກັບ  Google ປະກາດເປີດໃຫ້ໃຊ້ງານ In-app Billing ສຳລັບ Android ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.