ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Opera 11 ເວີຊັ່ນເຕັມ ປ່ອຍໃຫ້ດາວນ໌ໂຫລດແລ້ວ

ຂ່າວໄອທີ

ລ່າສຸດທາງ Opera ກໍ່ໄດ້ອອກໂປຼແກຼມທ່ອງເວັບເວີຊັ່ນໃຫມ່ຢ່າງ Opera ໂດຍປະຈຸບັນແມ່ນເວີຊັ່ນ 11 ແລ້ວ ເຊິ່ງໃນເວີຊັ່ນນີ້ກໍ່ຈະເພີ່ມຟີເຈີ່ທີ່ຊື່ວ່າ Tab stacking, Safer address field, Visual mouse gestures ແລະ Mail panel.

ສຳຫລັບ Tab Stacking ນີ້ກໍ່ຄືການຮວມເອົາຫລາຍໆແທັບມາຮວມເປັນອັນດຽວ ເພຶ່ອຈະຊ່ວຍໃຫ້ເຮົາບໍ່ສັບສົນໃນເວລາເຮົາເປີດເວັບໄວ້ຫລາຍໆແທັບ, ໃນສ່ວນຂອງ Safer address field ຈະເປັນການແຈ້ງເຕືອນວ່າເວັບນັ້ນໆທີ່ເຮົາເຂົ້າໄປນັ້ນປອດເປັນເວັບປະເພດໃດ ແລ້ວມີການເຂົ້າລະຫັດຄວາມປອດໄພແບບໃດ, ຟີເຈີ Visual mouse gesture ກໍ່ຖືວ່ານ່າສົນໃຈພໍສົມຄວນ ເພາະມັນຄືການສັ່ງດ້ວຍເພີ່ມເຕີມດ້ວຍເມົ້າ ໂດຍຄິກຂົວຄ້າງໄວ້ ແລ້ວກໍ່ລາກລົງລຸ່ມເພຶ່ອເປີດແທັບໃຫມ່ ແລ້ວກໍ່ຄິກຂົວຄ້າງໄວ້ແລ້ວກໍ່ລາກລົງ ແລ້ວກໍ່ລາກໄປເບື້ອງຂົວ ກໍ່ຈະເປັນການປິແທັບນັ້ນໆ ແລະຍັງມີອີກຫລາຍວິທີ ສາມາດຫາລາຍລະອຽດໄດ້ ຈາກເວັບ Opera ແລະສຳຫລັບ Mail Panel ນີ້ກໍ່ຈະເປັນການນຳເອົາ Email Client ຝັງລົງໄປໃນໂຕຂອງ Opera ເລີຍເພຶ່ອຈະໃຫ້ສະດວກໃນການໃຊ້ງານ ແບບບໍ່ຕ້ອງໃຊ້ໂປຼແກຼມອື່ນ ຫລື ເຂົ້າເວັບເພຶ່ອກວດອີເມວ. ຫາກໃຜເປັນແຟນ Opera ຢູ່ ຫລື ຢາກທົດລອງໃຊ້ ກໍ່ສາມາດເຂົ້າໄປດາວໂຫລດໄດ້ທີ່: http://www.opera.com ໄດ້ເລີຍ.

ລອງອ່ານກ່ຽວກັບ  Facebook ປ່ອຍເຄື່ອງມື ຈັດການຄວາມເປັນສ່ວນຕົວ ໃໝ່ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.