ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Nexus S ເຜີຍໂສມຢ່າງເປັນທາງການ ພ້ອມກັບ Android 2.3

ຂ່າວໄອທີ, ໂທລະສັບ

ມື້ນີ້ອາດຈະເປັນມື້ຂອງ google ກະວ່າໄດ້ເຊິ່ງອອກມາປະກາດຫລາຍຢ່າງອີຫລີ ຕອນນີ້ມາເຖິງທີຂອງ Nexus S ທີ່ຫລາຍໆຄົນກະເຫັນພາບລຸດ ຕ່າງໆນາໆມາແລ້ວ, ເຊິ່ງກໍ່ຕາມ ຂ່າວເກົ່າ ທີ່ໄດ້ອ່ານກັນມາ. Nexus S  ຂອງ google ນີ້ຜະລິດໂດຍ Samsung ໂດຍຈະມາພ້ອມກັບ Android 2.3 ຫລື Gingerbread. Nexus S ຈະເລີ່ມວາງຂາຍທີ່ ອາເມຣິກາໃນວັນທີ່ 16ທັນວາ ແລະຫລັງຈາກນັ້ນກໍ່ຈະເລີ່ມວາງຂາຍທົ່ວໄປ ໂດຍຈະຂາຍແບບປົດລອກບໍ່ຂຶ້ນກັບຜູ້ໃຫ້ບໍລິການໃດໆ.

Nexus S ຈະມາກັບສະເປັກດັ່ງລຸ່ມນີ້:

  • CPU 1GHz  Cortex A8 (Hummingbird)
  • Ram 512MB
  • ຫນ່ວຍຄວາມຈຳໃນເຄື່ອງ 16GB
  • ກ້ອງ 5ລ້ານພິກເຊວ ສາມາດທ້າຍວິດີແບບ HD ໄດ້ 720 x 480
  • ກ້ອງຫນ້າ ເປັນ VGA (640×480)
  • ແບັດເຕີລີ່ 1500 mAH Lithum Ion
  • ຂະຫນາດຫນ້າຈໍ 4 ນິ້ວ WVGA (480×800) ເປັນ Super AMOLED
  • ຮອງຮັບ Quad-band GSM: 850, 900, 1800, 1900. Tri-band HSPA: 900, 2100, 1700
  • Wi-Fi 802.11 n/b/g , Bluetooth 2.1+EDR
  • ສະຫນັບສະຫນຸນ NFC (Near Field Communication)
  • ມີ axis gyroscope ອີກດ້ວຍ

ລາຍລະອຽດ ແລະຮູບພາບ ເພີ່ມເຕີມສາມາດໄປເບິ່ງໄດ້ທີ່ http://www.google.com/nexus

ສຳຫລັບ Android 2.3 ທີ່ຖືກເປີດໂຕພ້ອມກັບ Nexus S ກໍ່ມີຄວາມສົນໃຈບໍ່ແຜ້ກັນ ເຊິ່ງໃນ Android 2.3 ຫລື Gingerbread ນີ້ຈະມາກັບຟີເຈີໃຫມ່ໆ ທີ່ອາດເວົ້າໄດ້ວ່າ ມັນມາເພຶ່ອຍາດຊີງຕະຫລາດສະມາດໂຟນກັບ iOS ຂອງ Apple ເລີຍກະວ່າໄດ້. ເຊິ່ງຄຸນສົມບັດໃຫມ່ໆຂອງ Android 2.3 ມີດັ່ງລຸ່ມນີ້:

  • ສະຫນັບສະຫນຸນເຊັນເຊີ ທີ່ໃຊ້ gyroscope
  • ຮອງຮັບການໂທແບບ VoIP/SIP
  • ສະຫນັບສະຫນຸນ NFC (Near Field Communication)
  • ເພີ່ມຟັງຊັ່ນ copy/paste ລົງໄປໃນເວີຊັ່ນນີ້ນຳ
  • ສະຫນັບສະຫນຸນກ້ອງຫນ້າໄດ້ເຕັມປະສິທິພາບ

ລາຍລະອຽດເພີ່ມເຕີມກ່ຽວກັບ Android 2.3 ໄປທີ່ http://developer.android.com/sdk/android-2.3-highlights.html

ທີ່ມາ: google Blog

ລອງອ່ານກ່ຽວກັບ  Acer Stream ແອ​ນດຼອຍດ໌​ໂຟນ ຂອງ Acer

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.