ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຍອດການເປີດໃຊ້ Android ເພີ່ມຂຶ້ນເປັນ 3ແສນຕໍ່ມື້

ຂ່າວໄອທີ

ລະບົບປະຕິບັນການ Android ຖືວ່າເປັນລະບົບປະຕິບັດການທີ່ ປະສົບຄວາມສຳເລັດສູງ ທາງດ້ານສະມາດໂຟນ ແລະ ແທັບເລັດ, ປະຈຸບັນທາງ Andy Rubin ໄດ້ອອກມາປະກາດຜ່ານ twitter ຂອງຕົນເອງວ່າ ຍອດການເປີດໃຊ້ງານ ລະບົບປະຕິບັດການ Android ນັ້ນ ຕອນນີ້ມີຍອດສູງຂຶ້ນເຖິງ 3ແສນເຄື່ອງຕໍ່ມື້ແລ້ວ.

ເຊິ່ງກ່ອນຫນ້ານີ້ໄດ້ມີການປະກາດໂດຍ Eric Schmidt ໃນເດືອນກໍລະກົດທີ່ຜ່ານມາວ່າ ຍອດການເປີດໃຊ້ Android ຢູ່ທີ່ 2ແສນຕໍ່ມື້, ແລະສຳຫລັບຄູ່ແຂ່ງອັນດັບຕົ້ນໆເຊັ່ນ iOS ຕາມທີ່ Steve Jobs ໄດ້ປະກາດໄປໃນງານຖະແຫລງຂ່າວເປີດໂຕ iPod ໃນເດືອນກັນຍາທີ່ຜ່ານມາ ຍອດການເປີດໃຊ້ iOS ແມ່ນຢູ່ທີ່ 230,000 ຕໍ່ວັນ, ເຊິງເປັນຄູ່ແຂ່ງທີ່ດຸເດືອດຫລາຍສຳຫລັບ iOS ແລະ Android

ທີ່ມາ: Engadget

ລອງອ່ານກ່ຽວກັບ  Apple ປ່ອຍ GarageBand ສຳລັບ iPad ລົງໃນ App Store ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.