ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Youtube ປັບປຸງຫນ້າຫລັກຂອງເວັບໃຫມ່ ເປັນຕາໃຊ້ກວ່າເກົ່າ

ຂ່າວໄອທີ

ລ່າສຸດທາງ Youtube ໄດ້ອັບເດດ ຫລືປ່ຽນແປງໂສມຫນ້າເວັບ ເຊິ່ງຈະເຮັດທຸກຢ່າງລວມຢູ່ໃນຫນ້າທຳອິດຫລາຍຂຶ້ນ ເຊິ່ງໃນການປ່ຽນແປງຄັ້ງນີ້ Youtube ກໍ່ໄດ້ມີການທົດລອງມາເປັນເວລາເດືອນກວ່າແລ້ວ, ລ່າສຸດຈຶ່ງໄດ້ປ່ຽນແປງຢ່າງເປັນທາງການ. ເຊິ່ງໃນການປ່ຽນແປງຄັ້ງນີ້ກໍ່ໄດ້ມີການຫລາຍໆຢ່າງເຊັ່ນ:

  • Easy inbox ເປັນແທບແຈ້ງເຕືອນຂໍ້ຄວາມ ແລະ ການສະແດງຄວາມເຫັນໃນວິດີໂອຂອງຜູໃຊ້ ລວມທັງເມນູທີ່ຈະໃຫ້ເລືອກວ່າຕ້ອງຈະເບິງການອັບເດດທັງຫມົດ ຫລືຈະເບິງພຽງວິດີໂອທີ່ມາໃຫມ່ຈາກຄົນທີ່ເຮົາກຳລັງຕິດຕາມ.
  • Combined list ເປັນຕຳແຫນ່ງທີ່ລວມການເຄື່ອນໄຫວຂອງຫມູ່ ຫລື ຄົນທີ່ເຮົາຕິດຕາມຢູ່ວ່າ ຄົນເຫລົ່ານັ້ນເຮັດໄດ້ເຮັດຫຍັງແດ່ ແລະຈະມີການແນະນຳວິດີໂອ ທີ່ເຮົາອາດຈະສົນໃຈອີກດ້ວຍ.
  • Don’t miss a video ຈະແນະນຳວິດີໂອທີ່ເຮົາບໍ່ຄວນພາດ ແລະຫາກມີເຖິງ 4ວິດີໂອ ກໍ່ຈະສາມາດເຫັນໄດ້ເຕັມ 4ວິດີໂອເຊັ່ນກັນ
  • Delete anything ນອກນັ້ນຍັງສາມາດລຶບກິດຈະກຳ ຫລື ສິ່ງທີ່ເຮົາບໍ່ສົນໃຈໄດ້ ໂດຍການເອົາເມົ້າໄປວາງໄວ້ທີ່ຕົວຢ່າງວິດີໂອ ແລ້ວກໍ່ກົດເຄື່ອງຫມາຍ X ເພຶ່ອລຶບ
  • Or just grey it out ເມຶ່ອວິດີໂອໃດທີ່ເຮົາໄດ້ເບິງໄປແລ້ວມັນກໍ່ຈະບອກເຮົາດ້ວຍການ ເຮັດເປັນສີຂາວມົວໆໃນຕົວຢ່າງວິດີໂອນັ້ນໆ
  • Help me re-find stuff I just watched ຈະແຈ້ງເຕືອນວ່າວິດີໂອໃດທີ່ເຮົາຫາກໍ່ເບິງໄປ, ທີ່ຫາກໍ່ເກັບໄວ້ເປັນວິດີໂອທີ່ມັກ, ອື່ນໆ ທັງຂອງເຮົາແລະຂອງຫມູ່ ຫລືຄົນທີ່ເຮົາກຳລັງຕິດຕາມຢູ່ດ້ວຍ ຈະຊ່ວຍໃຫ້ເຮົາກັບໄປເບິງໄດ້ວ່າວິດີໃດທີ່ເຮົາຫາກໍເບິງໄປ.
  • Load much more ແລະໃນເມຶ່ອເຮົາເລືອນລົງໄປຈົນສຸດຫນ້າແລ້ວ ຫາກຍັງຕ້ອງການເບິງວິດີໂອ ຫລື ການເຄື່ອນໄຫວຕ່າງໆເພີ່ມອີກກໍ່ສາມາດກົດທີ່ປຸ່ມ Load more video ໄດ້ເລີຍ.

ຫາກຍັງບໍ່ເຂົ້າໃຈທີ່ເວົ້າມາປານໃດ ກໍ່ສາມາເບິ່ງຮູບຕົວຢ່າງທາງລຸ່ມນີ້ໄດ້ (ຄິກໃສ່ຮູບຫາກຕ້ອງການເບິງຮູບໃຫຍ່)

ທີ່ມາ: YouTube Blog

ລອງອ່ານກ່ຽວກັບ  Google Maps 5.0 ສຳຫລັບ Android ປ່ອຍໃຫ້ດາວໂຫລດແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.