ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຮວບຮວມໂປຼແກຼມຟຼີດີໆ ທີ່ຄວນມີໄວ້ໃນເຄື່ອງ ປະຈຳປີ 2010

FREE WARE

ຫລັງຈາກທີ່ຫລາຍໆບໍລິການດັງໆໃນໂລກອິນເຕີເນັດໄດ້ສະຫລຸບຍອດຕ່າງໆປະຈຳປີໄປແລ້ວ ມື້ນີ້ທາງເວັບກໍ່ຈະມາແນະນຳໂປຼແກຼມຟຼີໆປະຈຳປີທີ່ຄວນມີໄວ້ໃນເຄື່ອງ ໃນແບບ Lao IT Channel ມາເລີ່ມກັນເລີຍວ່າມີຫຍັງແດ່:

COMODO System-Cleaner: ເປັນໂປຼແກຼມທຳຄວາມສະອາດຄອມພິວເຕີ່ຂອງທ່ານສາມາດດາວນ໌ໂຫລດໄດ້ທີ່ COMODO

Revo Uninstaller: ເປັນໂປຼແກຼມເອົາໄວ້ສຳຫລັບຖອນໂປຼແກຼມອອກຈາກເຄື່ອງໂດຍຈຸດພິເສດຂອງມັນແມ່ນ ສາມາດຖອນອອກໄດ້ຫມົດກ້ຽງລວມເຖິງ Registry ສາມາດດາວນ໌ໂຫລດໄດ້ທີ Revo Uninstaller

Avast Anti-virus ເອົາໄວ້ປ້ອງກັນໄວຣັສສຳຫລັບເຄື່ອງຄອມພິວເຕີ່ຂອງທ່ານໃຫ້ປອດໄພ ຈາກບັນດາໄວຣັສ, ສະປາຍແວຼຕ່າໆ ດາວນ໌ໂຫລດໄດ້ທີ່ Avast Antivirus

Free Studioເປັນໂປຼແກຼມທີ່ຄົບສຸດບໍ່ວ່າຈະເປັນໂຫລດວິດີໂອຈາກ Youtube, ແປງໄຟລ໌ວິດີໂອແລະໄຟລ໌ເພງຕ່າງໆ, ນອກນັ້ນຍັງສາມາດຂຽນລົງແຜ່ນໄດ້ອີກດ້ວຍ ດາວນ໌ໂຫລດໄດ້ທີ່ Free Studio

Digsby ລວມ IM, Email ແລະ Social Network ໃນໂປຼແກຼມດຽວເຫມາະສຳຫລັບຂາແຊັດ ນັກແຊັດທັງຫລາຍ ດາວນ໌ໂຫລດໄດ້ທີ່ www.digsby.com

VLC Media Player ໂປຼແກຼມເບິງຫນັງ ໄດ້ສາລະພັດ ນາມສະກຸນ ເອົາໄວ້ສຳຫລັບເບິ່ງຫນັງຟັງເພງໄດ້ເກືອບທຸກໆໄຟລ໌ມີເດຍເລີຍ ດາວນ໌ໂຫລດໄດ້ທີ່ http://www.videolan.org/vlc/

DropBox ເອົາໄວ້ແບງປັນໄຟລ໌ ແລະເກັບໄຟລ໌ໃນຄອມພິວເຕີຂອງໂຕເອງ ໄວເທິງໂລກອິນເຕີເນັດແລະສາມາດຮຽກໃຊ້ໄດ້ທຸກທີ່ທຸກເວລາ ດາວນ໌ໂຫລດໄດ້ທີ່ http://www.dropbox.com

Prey NoteBook ຖືກລັກ ຫລື ເສຍຫາຄືນໄດ້ ເປັນໂປຼແກຼມທີ່ຈະຟັງໂຕເຂົ້າໄປໃນຄອມພິວເຕີຂອງທ່ານ ໃນເວລາເສຍກໍ່ຈະສາມາດຊ່ວຍທ່ານໄດ້ ດາວນ໌ໂຫລດໄດ້ທີ່ http://preyproject.com

ນອກຈາກນີ້ກໍ່ເປັນໂປຼແກຼມທົວໄປເຊັ່ນ: Windows Live Messenger, Google talk, yahoo Messenger, Google Chrome, FireFox, Skype, ແລະອື່ນໆອີກ.

ລອງອ່ານກ່ຽວກັບ  ກຳລັງມາແຮງ Dropbox ມີຖານຜູ້ໃຊ້ໃນປະຈຸບັນສູງເຖິງ 25ລ້ານ User

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.