ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ສ່ວນແບ່ງຕະຫລາດຂອງສະມາດໂຟນ ທີ່ໃຊ້ເຂົ້າໃນທຸລະກິດ

ຂ່າວໄອທີ, ໂທລະສັບ

ລາຍງານລ່າສຸດ ຜ່ານທາງ LA Time (Los Angeles Time) ລາຍງານວ່າສ່ວນແບ່ງຕະຫລາດຂອງສະມາດໂຟນ ທີ່ໃຊ້ເຂົ້າໃນທຸລະກິດ ມີສ່ວນແບ່ງຕະຫລາດດັ່ງນີ້: ອັນດັບຫນຶ່ງເປັນຂອງ BlackBerry ເຊິງມີສ່ວນແບ່ງຕະຫລາດຫລາຍທີ່ສຸດ ເຖິງ 51.20% ຂອງຕະຫລາດທັງຫມົດ, ແລະຮອງລົງມາອັນດັບສອງເປັນ iPhone ເຊິ່ງຕອນນີ້ມີສ່ວນແບ່ງຕະຫລາດພຽງ 22.70% ເທົ່ານັ້ນ ແລະອັນດັບສາມ ກໍ່ເປັນ Android ທີ່ມີສ່ວນແບ່ງຕະຫລາດຢູ່ທີ່ 12.10%.

ຢ່າງໃດກໍ່ຕາມນີ້ເປັນພຽງຕະຫລາດສະມາດໂຟນທີ່ໃຊ້ໃນເຊີງທຸລະກິດເທົ່ານັ້ນ, ແລະ 22.70% ດັ່ງກ່າວຂອງ iPhone ນັ້ນບໍ່ໄດ້ລວມຈຳນວນຜູ້ໃຊ້ທົ່ວໄປ ທີ່ນຳໃຊ້ iPhone ເຂົ້າໃນວຽກງານທຸລະກິດຂອງຕົນ. ໃນທາງກັບກັນຫາກລວມ ທັງຕະຫລາດຜູ້ໃຊ້ທົ່ວໄປ ແລະ ບັນດາທຸລະກິດຕ່າງໆເຂົ້າກັນ, ໃນເດືອນຕຸລາທີ່ຜ່ານມານີ້ iPhone ມີຍອດຂາຍກາຍຫນ້າ Blackberry ເຖິງ 2ລ້ານເຄື່ອງ ເຊິ່ງຕອນນັ້ນຍອດຂອງ Blackberry ຢູ່ທີ່ 12ລ້ານເຄື່ອງ ແລະ iPhone ຢູ່ທີ່ 14ລ້ານເຄື່ອງ.

ທີ່ມາ: LA Time

ລອງອ່ານກ່ຽວກັບ  Flash Player 10.1 ສະໜັບສະໜູນ​ວິ​ດີ​ໂອ HD

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ຈາກສ່ວນແບ່ງເຫັນໄດ້ຢ່າງຊັດເຈນເລີຍວ່າ ຊີມບ້ຽນ ກຳລັງຈະຕາຍ…

  2. @ thypomepon: ແມ່ນລະ ໂນເກຍເອງກໍ່ຫັນໄປພັດທະນາ MeeGo ລະບົບປະຕິບັດການໃຫມ່ ຂອງທາງໂນເກຍແລ້ວ ຄາດວ່າຈະໄດ້ເຫັນໄວໆນີ້

  3. @souliyo: ແຕ່ເຖິງແນວໃດກໍ່ຕາມຄືຜົນທີ່ອອກມາເຊັ່ນ nokia n900 ທີ່ເປັນລະບົບ MeeGo ກະຍັງບໍ່ທັນເປັນທີ່ຮູ້ຈັກ ຫລືແນ່ນອນ. ມີແຕ່ວິທີດຽວຄືພັດທະນາລະບົບດັ່ງກ່າວໃຫ້ດີກ່ວາທີ່ຄວນ ຖ້າຜົນອອກມາຍັງຄື nokia n900 ຂ້ອຍເຊື່ອວ່າຊື່ສຽງຂອງnokia ໝົດເລີຍ.

Leave a Reply to thypomepon Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.