ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Time Magazine ຍົກໃຫ້ Mark Zuckerberg ເປັນບຸກຄົນແຫ່ງປີ

social media, ຂ່າວໄອທີ

ລ່າສຸດທາງວາລະສານ Time ຫລື  Time magazine ໄດ້ຈັດອັນດັບຄັດເລືອກ ບຸກຄົນແຫ່ງປີ ເຊິ່ງຈັດປະຈຳທຸກໆປີ, ເຊິ່ງໃນປີນີ້ Time magazine ໄດ້ຍົກຕຳແຫນ່ງບຸກຄົນແຫ່ງປີໃຫ້ກັບ ຜູ້ກໍ່ຕັ້ງ Facebook ຫລື Mark Zuckerberg ນັ້ນເອງ. ເຊິ່ງໄດ້ໃຫ້ເຫດຜົນວ່າ Mark Zuckerberg ນັ້ນເປັນບຸກຄົນທີ່ປະສົບຄວາມສຳເລັດ ແລະ ປ່ຽນແປງຊີວິດການເປັນຢູ່ຂອງຜູ້ຄົນໃນໂລກ ອິນເຕີເນັດ ແລະ ໂລກຄວາມເປັນຈິງ, ອີກທັ້ງຍັງເປັນເສດຖີທີ່ອາຍຸນ້ອຍທີ່ສຸດໃນໂລກ ແລະ ຍັງໃຈບຸນບໍລິຈາກເງິນຊ່ວຍເຫລຶອສັງຄົມ. ນອກນັ້ນຍັງໃຫ້ເຫດຜົນອີກວ່າ Mark Zuckerberg ໄດ້ເຊື່ອມຕໍ່ຜູ້ຄົນຈຳນວນ 500ລ້ານກວ່າຄົນເຂົ້າດ້ວຍກັນ ແລະແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນແລະກັນທົວໂລກ. ທັ້ງນີ້ຫນຶ່ງໃນລາຍຊື່ທີ່ນຳມາຄັດເລືອກນັ້ນກໍ່ມີ Julian Assange ຜູ້ກໍ່ຕັ້ງ Wiki Leak ຕິດເຂົ້າມານຳ.

ລາຍລະອຽດ ແລະລາຍຊື່ເພີ່ມເຕີມສາມາດເຂົ້າໄປເບິງໄດ້ທີ່ Time magazine ແລະ ທ່ານຜູ້ອ່ານເຫັນດີນຳບໍ່ໃນການເລືອກ Mark Zuckerberg ເປັນບຸກຄົນແຫ່ງປີ (ເອົາໄວ້ຄິດກັນຫລິ້ນໆ)

ທີ່ມາ: Time

ລອງອ່ານກ່ຽວກັບ  Google+ ໃນ Android ອັບເດດແລ້ວ ຮອງຮັບ Hangout ພ້ອມເປີດໃຫ້ຜູ້ໃຊ້ທົ່ວໄປໃຊ້ງານ

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ຂຽນຂ່າວໄດ້ດີແຕ່ຄວາມຈິງຕ້ອງແມ່ນວາລະສານເດີ້ ບໍ່ແມ່ນ “ນິຕະຍາສານ”

Leave a Reply to souliyo Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.