ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple ກຳລັງຈະເປີດ Mac App Store ໃນວັນທີ 13 ທັນວ່ານີ້

ຂ່າວດ່ວນ, ຂ່າວໄອທີ

ລາຍງານຂ່າວລ່າສຸດໄດ້ບອກວ່າ Apple ກຳລັງຈະເລີ່ມໃຫ້ບໍລິການ Mac App Store ໃນວັນທີ່ 13ທັນວ່ານີ້ ໂດຍ Apple tell ລາຍງານວ່າໄດ້ຮັບຂ່າວວົງໃນທີ່ຍືນຍັນໄດ້ວ່າ Apple ກຳລັງພະຍາຍາມເປີດໃຫ້ບໍລິການ Mac App Store ໃຫ້ທັນກ່ອນເທດສະການ Christmas ສະນັ້ນອາດຈະເປັນໄດ້ສູງວ່າຈະເປັນວັນທີ່ 13ທັນວານີ້ ເຊິ່ງໃນຂະນະທີ່ໄດ້ແຈ້ງໄປໃຫ້ນັກພັດທະນາໂປຼແກຼມຕ່າງໆ ໃຫ້ຕຽມພ້ອມສົ່ງໂປຼແກຼມຂອງໂຕເອງ ໃນວັນຈັນທີ່ 6ທັນວານີ້. ແນວໃດກໍ່ດີກໍ່ຕ້ອງຖ້າເບິງກັນຕໍ່່ໄປວ່າ Mac App Store ຈະເປີດໃນວັນທີ່ 13 ນີ້ ຫລືບໍ່, ເຊິ່ງຫາກມີຫຍັງອັບເດດ ຫລືຂໍ້ມູນຫລາຍກວ່ານີ້ຈະຮີບນຳມາບອກກ່າວໃຫ້ຮູ້ກັນທັນທີ.

ທີ່ມາ: Apple tell ຜ່ານ Engadget

ລອງອ່ານກ່ຽວກັບ  Apple ກຳລັງປັນໃຈຈາກ Intel ໄປ AMD

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.