ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Mac App Store ກຳລັງຈະເປີດໃນວັນທີ່ 6ມັງກອນນີ້

ຂ່າວໄອທີ

ຫລາຍຄົນອາດຈະເບຶ່ອຄຳວ່າ “ຂ່າວລື” ແລະກໍ່ລືມມັນອອກໄປຈາກຫົວໄດ້ເລີຍ ເມຶ່ອລ່າສຸດທາງ Apple ໄດ້ອອກມາປະກາດ ຢາງເປັນທາງການແລ້ວວ່າ Mac App Store ກຳລັງຈະເລີມເປີດບໍລິການໃນວັນທີ່ 6ມັງກອນ ນີ້,  ລາຍລະອຽດເບື້ອງຕົ້ນສຳລັບ Mac App Store ກໍ່ຄື ງ່າຍຕໍ່ການຊື້ ແລະ ໃນການຕິດຕັ້ງ ພຽງໃຊ້ບັນຊີ iTunse ດຽວກັນກັບທີ່ໃຊ້ຊື້ App ໃນ iPhone, iPad, iPod Touch. ຜູ້ໃຊ້ທີ່ຊື້ແລະດາວໂຫລດ ໂປຼແກຼມໃນ Mac App Store ນັ້ນ ໃນເວລາທີ່ຊື້ Mac ເຄື່ອງໃຫມ່ ກໍ່ຈະຍັງສາມາດດາວໂຫລດໄດ້ອີກຄັ້ງ ໂດຍບໍ່ຕ້ອງເສຍເງິນເພີ່ມ ( ເຄື່ອງ Mac ຕ້ອງໃຊ້ບັນຊີດຽວກັນ ), ນອກນັ້ນ ຈະມີການແຈ້ງເຕືອນໃຫ້ອັບເດດສະເຫມີ ຫາກມີການອັບເດດຂອງໂປຼແກຼມນັ້ນໆ.

ສຳຫລັບ Mac App Store ຖືວ່າຫນ້າສົນໃຈ ຕົ້ນຕໍແມ່ນການຊື້ຄັ້ງດຽວໃຊ້ໄດ້ຫລາຍໆເຄື່ອງ, ຈັງໃດກໍ່ຕ້ອງຖ້າໃຫ້ຮອດມື້ເປີດບໍລິການ ຫາກຜູ້ໃດທີ່ໃຊ້ Mac ຢູ່ ຫາກໄດ້ໃຊ້ກໍ່ມາເວົ້າປະສົບການ ສູ່ກັນຟັງໄດ້.

ທີ່ມາ:​ Apple Hot News

ລອງອ່ານກ່ຽວກັບ  ມະຫາເທບGoogle Goggles ທີ່ນັກຫຼິ້ນSudoku ລະດັບໂລກຕ້ອງຍອມ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.