ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຂ່າວລື: iPad ລຸ້ນ 2 ກຳລັງຈະຖືກສົ່ງໄປຍັງ Apple ແລ້ວ

ຂ່າວໄອທີ, ແທັບເລັດ

ລ່າສຸດຜ່ານ digitimes ລາຍງານວ່າ iPad ລຸ້ນທີ່ສອງກຳລັງຈະຖືກຂົນສົ່ງໄປຍັງ Apple ແລ້ວ, ເຊິ່ງຂ່າວດັ່ງກ່າວມີຢູ່ວ່າ ໂຮງງານຜະລິດ ອຸປະກອນ ອິເລັກໂຕຼນິກ Foxconn ໄດ້ ຕຽມທີ່ຈະສົ່ງ iPad ລຸ້ນທີ່ສອງ ລັອດທຳອິດ ຈຳນວນ 4ແສນ ເຖິງ 6ແສນ ໄປຍັງ Apple ພາຍໃນອີກ 100ວັນທາງຫນ້ານີ້ ເຊິ່ງກໍ່ຈະຕົກເປັນປະມານທ້າຍເດືອນ ກຸມພາປີຫນ້ານີ້.

ນອກຈາກນີ້ digitimes ຍັງລາຍງານອີກວ່າ iPad 2 ຍັງຢູ່ໃນລະຫວ່າງທົດສອບ firmware ຢູ່, ນອກນັ້ນກໍ່ມີຂ່າວຫລາຍສຳນັກຄາດການໄວ້ວ່າ Apple ອາດຈະຈັດງານຖະແຫລງຂ່າວເປີດໂຕ iPad 2 ນີ້ ໃນກາງເດືອນມັງກອນ ແລະ ຈະເລີ່ມວາງຂາຍ ປະມານເດືອນມີນາ ຫລື ເມສາ. ຢ່າງໃດກໍ່ຕາມ ກໍ່ຕ້ອງຕິດຕາມກັນຕໍ່ໄປວ່າຈະແມ່ນຄວາມຈິງ ຫລືບໍ່ ຫາກມີຫຍັງຄືບຫນ້າຈະຮີນຳມາລາຍງານທັນທີ.

ທີ່ມາ: digitimes

ລອງອ່ານກ່ຽວກັບ  ວີແພັດ(WePad) ຄູຊົກຂອງໄອແພັດ(iPad)

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ເຫີໆ ເຫັນແລ້ວກະຢາກໄດ້ພ້ອມເລີຍ…….ແຕ່ລາຄາຢູ່ບ້ານເຮົານີ້ຕີໂຄດແພງເລີຍ……….
    ຖ້າທຽບກັບປະເທດໃກ້ຄຽງຢ່າງຫວຽດນາມ ແລະໄທ

    1. ມັນກໍ່ບໍ່ລື່ນກັນຫລາຍດອກ ເພາະເປັນລາຄາເຄື່ອງຫິ້ວເດ ເນຶ່ອງຈາກລາວເຮົາບໍ່ມີສາຂາ ການຫິ້ວເຂົ້າມາກໍຕ້ອງໄດ້ກຳໄລເລັກນ້ອຍ ຕາມການຄ້າຂາຍ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.