ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Intel ອອກ Intel 310 SSD ຂະຫນາດນ້ອຍກວ່າບັດເຄດິດ

ຂ່າວໄອທີ

ລາສຸດທາງ Intel ໄດ້ເປີດໂຕ Hard disk ທີ່ມີຂະຫນາດນ້ອຍກວ່າບັດເຄດິ ເຊິງ Intel ໃສ່ຊື່ລຸ້ນນີ້ວ່າ Intel 310 ທີ່ມີຂະຫນາດພຽງແຕ່ 2.5ນິ້ວ ເຊິງຈະມາກັບຄວາມຈຸສອງແບບຄື: 40GB ແລະ 80GB

Intel ອອກ Intel 310 SSD ຂະຫນາດນ້ອຍກວ່າບັດເຄດິດ

Intel 310 mSATA SSD (Intel 310 mini Serial Advanced Technology Attachment Solid State Drive) ເປັນ Hard disk ທີ່ມີຂະຫນາດນ້ອຍ ແລະ ເຮັດວຽກໄດ້ໄວ ເຊິ່ງສຳລັບລຸ້ນ 40GB ນັ້ນສາມາດອ່ານຂໍ້ມູນໄດ້ 170MB/s ແລະ ຂຽນຂໍ້ມູນໄດ້ໄວເຖິງ 35MB/s ສ່ວນລຸ້ນທີ່ເປັນ 80GB ນັ້ນ ສາມາດອ່ານຂໍ້ມູນໄດ້ 200MB/s ແລະ ຂຽນຂໍ້ມູນໄດ້ໄວເຖິງ 80MB/s.

ສຳລັບລາຄາຂອງ Intel 310 mSATA SSD ນີ້ຈະມີສອງລາຄາຕາມຂະຫນາດຄວາມຈຸຂອງມັນຄື: 40GB ລາຄາ $99 ແລະ 80GB ລາຄາ $179. ນອກຈາກນັ້ນຍັງມີລາຍງານອີກວ່າ Hard disk ລຸ້ນນີ້ໄດ້ຖືກສົ່ງໄປຍັງຜູ້ຜະລິດຫລາຍໆລາຍແລ້ວ ເປັນຕົ້ນແມ່ນ Lenovo ໄດ້ອອກມາຍືນຍັນວ່າ ຈະໃຊ້ເຂົ້າໄປໃນໂນດບຸ໊ກ ThinkPad ລຸ້ນຕໍ່ໄປຂອງຕົນເອງອີກດ້ວຍ.

ທີ່ມາ: Tech Report ຜ່ານ Engadget

ລອງອ່ານກ່ຽວກັບ  Facebook ອອກ Native App ສຳລັບອຸປະກອນ Android ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ລະຄວາມ ທົນ ຫຼື ອາຍຸ ການໃຊ້ ງານ ເດ
    ທົນ ກວ່າ ລຸ້ນ ເປັນ ແຜ່ນຈານອ່ານ ຂຽນ ຂໍ້ມູນ ບໍ່ ?

    1. ທົນກວ່າ, ໄວກວ່າ, ເພາະມັນສາມາດເພາະການສັ່ນ, ການຍົກ, ການກະແທກ ຂອງໂນດບຸກ ຈະບໍ່ເປັນຜົນກະທົບຍ້ອນມັນໃຊ້ເປັນ ຊິບ, ແຕ່ການກະແທກ, ການສັ່ນ, ຕ່າງໆໃນ ແບບທີ່ເປັນຈານນັ້ນຈະເກີດມີຜົນກະທົບ. ຕົວຢ່າງຄິບນີ້: http://www.youtube.com/watch?v=96dWOEa4Djs ແລະແບບນີ້ ລະອຽດສຸດ http://www.youtube.com/watch?v=rjCmLJtITK4

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.