ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ເທັກນິກການ ອັບເດດສະຖານະ ໃນ Facebook ຜ່ານ Twitter

How To..., social media

ຫລາຍຄົນອາດຈະມັກຫລິ້ນ Twitter ແລະ Facebook ໄປພ້ອມໆກັນ, ແລະກໍ່ຢາກໃຫ້ທັງຂໍ້ຄວາທີ່ທະວິດໃນ Twitter ນັ້ນໄປອັບເດດສະຖານະໃນ Facebook ເຊັ່ນດຽວກັນ ແລະສ່ວນໃຫຍ່ທຸກຄົນກໍ່ແກ້ບັນຫານີ້ດ້ວຍການໃຊ້ Twitter App ໃນ Facebook ເຊິ່ງມັນຈະດຶງເອົາທຸກຂໍ້ຄວາມທີ່ເຮົາທະວິດອອກໄປນັ້ນອອກໄປໃນ Facebook ຂອງເຮົາ. ແຕ່ປັນຫາຄື ບາງເທຶ່ອເຮົາກະບໍ່ຕ້ອງການໃຫ້ບາງທະວິດຂອງເຮົານັ້ນ ເຂົ້າໄປໃນ Facebook ແລະບົດຄວາມນີ້ມີທາງອອກ ໃຫ້ກັບຄວາມບໍ່ພໍດີນີ້ ນັ້ນກໍ່ຄື Selective Tweet Status

Selective Tweet Status ເປັນແອັບທີ່ໃຊ້ງານງ່າຍໆ ຫລັງຈາກລັອກອິນເຂົ້າ Facebook ໄປແລ້ວກໍ່ໃຫ້ເຂົ້າໄປທີ່ http://apps.facebook.com/selectivetwitter ຫລັງຈາກນັ້ນກໍ່ພິມຊື່ທະວິດເຕີຂອງເຮົາລົງໄປ ແລ້ວກໍ່ກົດ Save. ເທົ່ານີ້ກໍ່ເປັນອັນຮຽບຮ້ອຍແລ້ວ.

ເທັກນິກການ ອັບເດດສະຖານະ ໃນ Facebook ຜ່ານ Twitter

ວິທີການນຳໃຊ້ກໍ່ງ່າຍໆ ທະວິດໃດ ຫລືຂໍ້ຄວາມໃດທີ່ທ່ານຢາກຈະໃຫ້ອອກໄປຍັງ Facebook ທ່ານກໍ່ພຽງໃສ່ຄຳວ່າ #FB ລົງໄປໃນທະວິດນັ້ນໆ ພຽງເທົ່ານີ້ ທຸກທະວິດທີ່ທ່ານທະວິດອອກໄປໂດຍຕິດຄຳວ່າ #FB ກໍ່ຈະໄປອອກຍັງ Facebook ຂອງທ່ານ.

ລອງອ່ານກ່ຽວກັບ  Time Magazine ຍົກໃຫ້ Mark Zuckerberg ເປັນບຸກຄົນແຫ່ງປີ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.