ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google ເປີດໂຕ Cr-48 ໂນດບຸກໂຕທຳອິດຂອງ Chrome OS

ຂ່າວໄອທີ

ໃນກາງຄືນທີ່ຜ່ານມາຕາມເວລາປະເທດລາວ ໃນງານຖະແຫລງຂ່າວ ຂອງ Google Chrome, ທາງ Google ໄດ້ປະກາດເປີດໂຕໂນດບຸ໊ກບໍ່ມີແບນ ແຕ່ມີໂຄດເນມວ່າ Cr-48 ເປັນໂນດບຸ໊ກ Chrome OS ເຄື່ອງທຳອິດ , ເຊິ່ງລັກສະນະພາຍນອກກໍ່ບໍ່ມີສະຕິກເກີ, ບໍ່ມີແບນ, ຈະເປັນສີດຳລຽບຫມົດທັ້ງໂຕເຄື່ອງ ຕອນນີ້ຍັງບໍ່ໄດ້ວາງຂາຍຢ່າງເປັນທາງການ ແຕ່ google ຈະວາງຂາຍຜ່ານ Chrome OS Pilot Program ເຊິ່ງຫາກຕອນນີ້ໃຜຕ້ອງການກໍ່ຕ້ອງເຂົ້າໄປສະຫມັກເອົາ ເນຶ່ອງຈາກຈະມີຈຳນວນຈຳກັດ.

ສຳຫລັບ ໂນດບຸ໊ກ Chrome OS ຈາກທາງ Acer ແລະ Samsung ນັ້ນອາດຈະເປັນກາງປີຫນ້າເຖິງຈະໄດ້ເຫັນ, ສຳຫລັບໂນດບຸກ Chrome OS ໂຕທຳອິດຫລື Cr-48 ນີ້ຈະມາກັບສະເປັກດັ່ງລຸ່ມນີ້:

  • ຫນ້າຈໍຂະຫນາດ 12.1 ນິ້ວ.
  • ຄີບຼອດເປັນມາດຕະຖານ Full size keyboard.
  • ຊິບ 3G ເປັນ Qualcomm Gobi ສຳຫລັບໃຊ້ກັບ Verizon ໃນອາເມລິກາ, ແລະສາມາດໃຊ້ໄດ້ກັບທຸກເຄືອຄ່າຍທົ່ວໂລກ.
  • WiFi ມາດຕະຖານ 802.11n dual-band.
  • ສາມາດໃຊ້ງານຕໍ່ເນື່ອງໄດ້ຢ່າງຕ່ຳ 8 ຊົ່ວໂມງ.
  • ສະແຕນບາຍໄດ້ດົນເຖິງ 8ມື້.
  • ມີເວັບແຄັມ.
  • Flash storage.

ສຳຫລັບຄີບອດ ໂນດບຸກ Chrome OS ນີ້ຈະບໍ່ມີປຸ່ມ function keys ແລະ ປຸ່ມ caps lock ກໍ່ຖືກແທນດ້ວຍປຸ່ມ Search ສຳຫລັບລາຍອຽດເພີ່ມເຕີມເບິ່ງໄດ້ທີ່ Cr-48 Chrome Notebook

ທີ່ມາ: Engadget

ລອງອ່ານກ່ຽວກັບ  Android 2.3.4 ກຳລັງຈະສົ່ງໃຫ້ອັບເດດໃນ Nexus S ພ້ອມ Video Chat

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.