ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google eBook Store ເປີດບໍລິການແລ້ວ ພ້ອມ 3ລ້ານ eBook

ຂ່າວໄອທີ

ລາຍງານຂ່າວລ່າສຸດ Google ໄດ້ເລີ່ມເປີດບໍລິການ eBook store ຢ່າງເປັນທາງການແລ້ວ ໂດຍການເປີດບໍລິການຄັ້ງນີ້ມາພ້ອມກັບ eBook ຈຳນວນ 3ລ້ານກວ່າເຫລັ້ມ, ໃນຈຳນວນ 3ລ້ານນັ້ນສ່ວນໃຫຍ່ຍັງເປັນ eBook ທີ່ແຈກຟຼີ ແລະ ມີຈຳນວນເປັນແສນສຳຫລັບໄວ້ຂາຍ, ໂດຍຈຸດເດັ່ນຂອງ Google eBook Store ນີ້ແມ່ນ ໃຫ້ບໍລິການແບບ cloud computing ເຊິ່ງເຮັດທ່ານສາມາດອ່ານ ໄດ້ທຸກທີ່ທຸກເວລາ ຜ່ານການອ່ານເທິງຫນ້າເວັບໄດ້ ໂດຍຜ່ານເວັບບຼາວເຊີຕ່າງ, ອຸປະກອນພົກພາຕ່າງໆ ເຊັ່ນສະມາດໂຟນ ຫລື ແທັບເລັດ ບໍ່ວ່າຈະເປັນ Android OS ຫລື iOS ກໍ່ສາມາດໃຊ້ອ່ານໄດ້ເຊັ່ນດຽວກັນ ນອກນີ້ຍັງຮອງຮັບອຸປະກອນ eReader ອື່ນເຊັ່ນ: Sony ແລະ Nook.

ຢ່າງໃດກໍ່ຕາມສຳຫລັບ eBook ທີ່ວາງຂາຍໃນ Google eBook store ນີ້ຍັງສາມາດຊື້ໄດ້ແຕ່ໃນຕະຫລາດອາເມຣິກາເທົ່ານັ້ນ ແຕ່ສຳຫລັບ eBook ທີ່ໃຫ້ໂຫລດຟຼີນັ້ນ ສາມາດດາວນ໌ໂຫລດໄປອ່ານໄດ້ຈາກທົ່ວໂລກ ຟັງແລ້ວຍັງຄ້າຍຄືກັຍ Android Market ເລີຍ.

ທີ່ມາ: Google Blog

ລອງອ່ານກ່ຽວກັບ  ວິດີໂອການໃຊ້ງານ Facetime ໃນ iPad ຈາກ iOS 4.3beta

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.