ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google ເປີດໂຕ Chrome Web Store ແລະ ພ້ອມເປີດບໍລິການ

ຂ່າວໄອທີ

ໃນງານຖະແຫລງຂ່າວ Google’s Chrome ອີກສິ່ງຫນຶ່ງທີ່ທາງ google ກໍ່ໄດ້ເປິດໂຕກໍ່ຄື Chrome Web Store ເຊິ່ງ Chrome Web Store ຈະເປັນຄ້າຍຄືກັບ App Store ສຳຫລັບ Chrome ເວັບບຼາວເຊີ ເຊິ່ງຕອນນີ້ກໍ່ມີ App ສຳຫລັບຂາຍແລ້ວຫລວງຫລາຍແຕ່ຍັງຊື້ຂາຍໄດ້ແຕ່ພຽງ ໃນອາເມລິການເທົ່ານັ້ນ. ເຊິ່ງຕອນນີ້ໃນ Chrome Web Store ກໍ່ມີເກມແລະ App ຕ່າງໆທັ້ງຟຼີ ແລະ ເສຍເງິນ ໃຫ້ດາວນ໌ໂຫລດກັນແລ້ວ ແລະ ຕອນນີ້ນັກພັດທະນາຕ່າງໆ ກໍ່ເລີ່ມອັບໂຫລດຂຶ້ນໄປໃນ Chrome Web Store ຫລາຍຂຶ້ນເລື້ອຍໆ. ສຳຫລັບໃຜທີ່ຢາກລອງໃຊ້ງານ Chrome Web Store ນີ້ສາມາດໃຊ້ Browser Chrome ແລ້ວເຂົ້າໄປທີ່ http://chrome.google.com/webstore ຕອນນີ້ມີເກມຈາກທາງ EA ໄວ້ໃຫ້ຫລິ້ນອີກດ້ວຍ ສ່ວນຕົວມັກ Poppit

Chrome Web Store ແມ່ນຫຍັງ? Chrome Web Store ກໍ່ຄືຮ້ານຂາຍ Application, Game, ແລະ ເຄື່ອງມືຕ່າງໆ ສຳຫລັບໃຊ້ງານເທິ່ງ ບຼາວເຊີ Chrome ລວມໄປເຖິງ Chrome OS ທີ່ກຳລັງຈະມາປີຫນ້ານີ້ອີກດ້ວຍ.

ທີ່ມາ: Chrome Web Store ແລະ google Blog

ລອງອ່ານກ່ຽວກັບ  ສະຖິຕິໃຫມ່ຂອງເວັບໄຊຕ໌ YouTube ໃນວັນສະຫລອງຄົບຮອບ 6ປີ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.