ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google ປ່ອຍ Google Cloud Print ແບບ beta ແລ້ວ

ຂ່າວດ່ວນ

ອາທິດນີ້ຖືວ່າເປັນອາທິດທອງຂອງ google ກະວ່າໄດ້ໂດຍໄດ້ເປີດໂຕ ແລະ ບໍລິການຕ່າງໆມາຕັ້ງແຕ່ຕົ້ນອາທິດ, ລ່າສຸດກໍ່ເປີດບໍລິການ Cloud Print ທີ່ໄດ້ປະກາດເປີດໂຕໄປຕັ້ງແຕ່ເດືອນເມສາທີ່ຜ່ານມາ ເພຶ່ອຕຽມຮອງຮັບ Chrome OS ແລະ Chrome Browser ຫາກໃຜສົນໃຈຢາກທົດລອງກໍ່ເຂົ້າໄປ ທີ່ Google Cloud Print ແລ້ວກໍ່ດາວນ໌ໂຫລດ Chrome ເວີຊັ່ນ 9.0.597.1 ແລະວິທີແມ່ນເຮັດຕາມ Connect your local printers with Google Cloud Print

ຫລາຍຄົນອາດຈະຍັງບໍ່ຮູ້ວ່າ Google Cloud Print ແມ່ນຫຍັງ? ເວົ້າລວມໆແລ້ວມັນກໍ່ຄືບໍລິການ ພິມເອກະສານແບບໄຮສາຍ ໂດຍສາມາດສັ່ງພິມເອກະສານ ຈາກອຸປະກອນຕ່າງໆ ບໍ່ວ່າຈະເປັນລະບົບປະຕິບັດການໃດກໍ່ໄດ້, ສາມາດພິມກັບພິ້ນເຕີ່ໃດກໍ່ໄດ້ ໂດຍບໍ່ຕ້ອງໃຊ້ສາຍເຄເບິນໃດໆ ແລະບໍ່ຕ້ອງຕິດຕັ້ງໄດເວີ່ໃຫ້ຍຸ້ງຍາກ.

ທີ່ມາ: Engadget

ລອງອ່ານກ່ຽວກັບ  Google+ ສຳລັບ iOS ອັບເດດແລ້ວ ຮອງຮັບ Hangout ຜ່ານ iDevices ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.