ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Galaxy Player ຄູ່ແຂ່ງ iPod Touch ກຳລັງຈະມາທີ່ CES 2011

ຂ່າວໄອທີ

ລ່າສຸດມີລາຍງານຂ່າວຈາກທາງ Samsung Hub ອ້າງວ່າທາາງ Samsung ຈະເປີດໂຕ Galaxy Player ຄູ່ແຂ່ງໂຕສຳຄັນຂອງ iPod Touch ໃນງານ CES 2011 ທີ່ຈະຈັດຂຶ້ນເດືອນຫນ້ານີ້ ຢ່າງໃດກໍ່ຕາມ ທາງ Samsung ເອງກໍ່ຍັງບໍ່ໄດ້ອອກມາຍືນຍັນແຕ່ຢາງໃດ ກໍ່ຕ້ອງຕິດຕາມກັນວ່າຈະມາແທ້ຫລືບໍ່.

ສຳລັບລາຍລະອຽດສະເປັກຂອງ Galaxy Player ນັ້ນຫນ້າສົນໃຈຫລາຍ ແລະຈະມາກັບຫນ້າຈໍຂະຫນາດ 4ນິ້ວ ເປັນຈໍ Super Clear LCD ຄວາມລະອຽດຢູ່ທີ່ 800×480 ພິກເຊວ, ລະບົບປະຕິບັດການເປັນ Android 2.2 ,ໃຊ້ CPU 1GHz, ມີການເຊື່ອມຕໍ່ໄຮ້ສາຍ ຜ່ານWi-Fi, Bluetooth ເປັນ 3.0, ແບັດເຕີລີ່ 1200mAh, ມີກ້ອງ 3.2ລ້ານພິກເຊວ ແລະກ້ອງຫນ້າ ເປັນ VGA ຮອງຮັບ Video Call, ຮອງຮັບ GPS, ສາມາດຫລິ້ນວິດີໂອແບບ HD ໄດ້, ມີຊ່ອງໃສ່ກາດຄວາມຈຳແບບ microSD. ຈະມີສາມຂະຫນາດຄວາມຈຸໃຫ້ເລືອກຄື: 8GB, 16GB ແລະ 32GB.

ຖືວ່າເປັນຄູ່ແຂ່ງທີ່ສົມກັນຫລາຍ ແລະສະເປັກກໍ່ໄກ້ຄຽງກັບ Samsung Galaxy S ທີ່ເປັນຄູ່ແຂ່ງຂອງ iPhone 4 ພໍ່ສົມຄວນ ກໍ່ຕ້ອງເບິງຕໍ່ໄປວ່າຈະມາແທ້ຫລືບໍ່ ຫາກມາແລ້ວຈະສາມາດຕີຕະຫລາດ ແລະຍາດເອົາສ່ວນແປ່ງຕະຫລາດຂອງ iPod Touch ໄປໄດ້ຫລາຍສ່ຳໃດ.

ທີ່ມາ: Samsung Hub

ລອງອ່ານກ່ຽວກັບ  ລືກັນຕະຫລອດ MacBook Pro ຈະແຍກລະບົບປະຕິບັດການໄວ້ໃນ SSD

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.