ເລື່ອງລາວຂອງ TECH, STARTUP, ແລະ DIGITAL

FreeMake downloader ໂປຼແກຼມໂຫຼດວິດີໂອ ສາລະພັດເວັບໄຊຕ໌

FREE WARE

FreeMake Video downloader ເປັນໂປຼແກຼມທີ່ໃຊ້ໄວ້ສຳຫລັບດາວໂຫລດວິດີໂອ ຈາກເວັບໄຊຕ໌ແບງປັນວິດີໂອຕ່າງໆໄດ້ກວ່າ 40 ເວັບໄຊຕ໌ເຊັ່ນ: YouTube, Facebook, Hulu, Google, MTV, MTV Music, Dailymotion, Vimeo, Megavideo, Metacafe, ComedyCentral ແລະອື່ນໆອີກຫລວງຫລາຍ. ນອກນັ້ນ FreeMake Video downloader ຍັງສາມາດໂຫລດໄຟລ໌ວິດີໂອຕ່າງໆໃນໂຫມດ MP4,FLV ແລະ Mp4 ແບບ HD ອີກດ້ວຍ, ເທົ່ານັ້ນຍັງບໍ່ຫມົດ ມັນຍັງສາມາດເລືອກໃຫ້ Covert ເປັນ ໄຟລ໌ນາມສະກຸນ AVI, MKV, MP3(ສຳລັບຕ້ອງການພຽງສຽງ), ແລະໄຟລ໌ສຳລັບ iPhone/iPod, PSP, ລວມເຖິງ Android ອີກດ້ວຍ.

ວິທີການກໍ່ງ່າຍໆ ຫລັງຈາກດາວໂຫລດ ແລະ ຕິດຕັ້ງໂປຼແກຼມແລ້ວກໍ່ເຂົ້າໄປຍັງເວັບວິດີໂອທີ່ທ່ານຕ້ອງການຈະດາວໂຫລດ ຍົກຕົວຢ່າງ: Youtube ຕອນນີ້ເຮົາຕ້ອງຕົວຢ່າງຫນັງ Tron Legacy ແບບ HD ເຮົາກໍ່ເຂົ້າໄປແລ້ວກໍ່ຄົ້ນຫາວິດີນັ້ນ ຫລັງຈາກເຈີແລ້ວກໍ່ໃຫ້ກ໊ອບປີ໋ເອົາ URL ຢູ່ທີ່ Address bar ເຊິ່ງເຮົາຈະໄດ້ມາແບບນີ້: http://www.youtube.com/watch?v=L9szn1QQfas ຫລັງຈາກນັ້ນກໍ່ນຳໄປວາງລົງທີ່ໂປຼແກຼມ ແລ້ວກໍ່ຄິກທີ່ປຸ່ມ Add ແລ້ວກໍ່ເລືອກແບບໄຟລ໌ທີ່ເຮົາຢາກໄດ້ ຫລັງຈາກນັ້ນກໍ່ກົດ Download ເທົ່ານີ້ກໍ່ເປັນອັນຮຽບຮ້ອຍແລ້ວ.

ສົນໃຈຢາກມີໄວ້ໃນເຄື່ອງກໍ່ສາມາດເຂົ້າດາວໂຫລດໄດ້ທີ່ http://www.freemake.com/free_video_downloader

ລອງອ່ານກ່ຽວກັບ  Google ພ້ອມໃຫ້ບໍລິການເຊົ່າຫນັງອອນໄລນ໌ ເທິງເວັບໄຊຕ໌ Youtube ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.