ເລື່ອງລາວຂອງ TECH, STARTUP, ແລະ DIGITAL

FreeMake Converter ໂປຼແກຼມສຳລັບ ແປງໄຟລ໌ມີເດຍຕ່າງໆ

FREE WARE

FreeMake Video Converter ເປັນໂປຼແກຼມທີ່ເອົາໄວ້ແປຼງໄຟລ໌ວິດີໂອຕ່າງໆໃຫ້ເປັນໄຟລ໌ນາມສະກຸນອື່ນເຊັ່ນ: AVI, MP4, WMV, MKV, SWF, 3GP, DVD, MPEG, iPod, iPhone, PSP, Android ລວມໄປເຖິງໄຟລ໌ເພງ Mp3 ແລະຍັງສາມາດເລືອກຕັດເອົາເປັນຕອນໃດຕອນຫນຶ່ງ ຫລື ຊ່ວງໃດຊ່ວງຫນຶ່ງທີ່ເຮົາຕ້ອງການໄດ້ອີກດ້ວຍ(ເຫມາະຫລາຍ ສຳລັບຄົນທີ່ມັກຕັດສຽງເອີ້ນເຂົ້າໃນໂທລະສັບ ຫລືຕ້ອງການວິດີໂອພຽງບາງສ່ວນ), ນອກຈາກຈະສາມາດແປງໄຟລ໌ຕ່າງໆໄດ້ແລ້ວ ມັນຍັງສາມາດໃຊ້ສຳລັບ Burn CD, DVD, Blu-ray ໄດ້ອີກດ້ວຍ.

ນອກຈາກນັ້ນຄວາມສາມາດທີ່ມາກັບໂປຼແກຼມ FreeMake Video Converter ນີ້ຍັງລວມເອົາຟີເຈີຂອງ FreeMake Video Downloader ທີ່ຂຽນໄປກ່ອນຫນ້ານີ້ເຂົ້າມາເປັນສ່ວນຫນຶ່ງຂອງໂປຼແກຼມ ເຊິ່ງຈະສາມາດ ແປຼງໄຟລ໌ວິດີໂອ ຜ່ານຈາກການດຶງຈາກເວັບໄຊຕ໌ແຊວິດີໂອຕ່າງໆ ຫລາຍກວ່າ 40ເວັບໄຊຕ໌, ເທົ່ານັ້ນຍັງບໍ່ຫມົດ ຍັງມີຟີເຈີທີ່ສຳລັບອັບໂຫລດຂຶ້ນ Youtube ໄດ້ອີກດ້ວຍ, ນອກຈາກນັ້ນເມຶ່ອວິດີໂອມີຄວາມຍາວເກີນ 15ນາທີ່ມັນກໍ່ຈະຕັດ ແລະສ້າງເປັນ Play List ໃຫ້ພ້ອມທັນທີໃນຂະນະທີ່ອັບໂຫລດ. ທີ່ສຳຄັນມັນຍັງສາມາດອັບໂຫລດເພງ MP3 ພ້ອມກັບ ຮູບ ເພຶ່ອເຮັດເປັນ ວິດີໂອ Slide ຂຶ້ນໄປຍັງ Youtube ໄດ້ເຊັ່ນດຽວກັນ. ຖືວ່າເປັນໂປຼແກຼມຟຼີທີ່ຄົບຖ້ວນທີ່ສຸດ ເທົ່າທີ່ເຄີຍໃຊ້ງມາ.

Update: ໃນເວີຊັ່ນໃຫມ່ຜູ້ໃຊ້ບໍ່ຈຳເປັນຕ້ອງນຳເອົາ URL ຂອງ Youtube ຫລື ເວັບທີ່ຮອງຮັບ ເພຶ່ອໄວວາງໃສ່ໃນໂຕໂປຼແກຼມ ໃນການດາວໂຫລດແຕ່ຢ່າງໃດ ເພາະມັນຈະມີ icon ຂອງ FreeMake ໄປຕິດຢູ່ໃນ Google Chrome ແລະ FireFox ພຽງແຕ່ຫາກເຈີເພງ ຫລື ຄິບທີ່ຢາກໂຫລດເກັບມາໄວ້ ກໍ່ສາມາດຄິກທີ່ icon ນັ້ນທັນທີ່. ຫລັງຈາກນັ້ນມັນກໍ່ຈະນຳໄປເປີດໂປຼແກຼມ ແລະ ຕຽມການດາວໂຫລດແບບອັດຕະໂນມັດ.

ສົນໃຈຢາກມີໄວ້ໃຊ້ງານກໍ່ເຂົ້າໄປດາວໂຫລດໄດ້ທີ່: http://www.freemake.com/free_video_converter/

ລອງອ່ານກ່ຽວກັບ  Flash Get ໂປູແກຼມຈັດການ ການດາວໂຫລດ ແບບຄົບວົງຈອນ

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply to souliyo Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.