ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ແນະນຳ App ດີໆເປັນຕາໃຊ້ ສຳຫລັບ Google Chrome

FREE WARE

ຫລັງຈາກທີ່ໄດ້ທົດລອງນຳໃຊ້ Google Chrome ແລະ App ໃນ Chrome Web store ແບບຈິງຈັງລວມໄປເຖິງການສຶກສາ ການເຮັດ Theme ແລະ Extension ລ່າສຸດກໍ່ເລີຍຈະມາແນະນຳ App ຕ່າງໆທີ່ຫນ້າໃຊ້ແລະກໍ່ຟຼີ ເພຶ່ອໃຫ້ຫລາຍໆຄົນໄດ້ທົດລອງນຳໃຊ້ເບິ່ງບາງເທຶ່ອຈະຕິດໃຈ, ເຖິງວ່າ Google Chrome ຈະສະແດງພາສາລາວໄດ້ບໍ່ດີປານໃດ ແຕ່ມັນກໍ່ເປັນບຼາວເຊີ່ທີ່ໄວແລະຫນ້າໃຊ້ອີກດ້ວຍ. ມາເບິ່ງກັນເລີຍວ່າມີ App ໃດຫນ້າສົນໃຈແນ່ ແຕ່ກ່ອນອື່ນຫາກໃຜຍັງບໍ່ມີ Chrome ໃຊ້ກໍ່ໄປດາວນ໌ໂຫລດໄດ້ທີ່ http://www.google.com/chrome

Picnik ເປັນ App ສຳຫລັບແຕ່ງຮູບພາບ ແລະແກ້ໄຂຮູບພາບ ທີ່ມີຄຸນນະພາບດີ

imo ສຳຫລັບຂາແຊັດ ແຊັດກັນລະເບີດສາມາດໃຊ້ໄດ້ກັບ MSN, Gmail, Skype, Yahoo, Facebook ແລະອື່ນໆອີກ

Dropmocks ເປັນ App ທີ່ສຳຫລັບເອົາໄວ້ແບງປັນຮູບພາບໄດ້ຕັ້ງແຕ່ຮູບຫນຶ່ງໄຟລ໌ ຈົນໄປເຖິງເປັນອັລບັ້ມ ສ່ວນວິທີກໍ່ງ່າຍໆພຽງດຶງ ຫລື ລາກໄຟລ໌ຮູບດັ່ງກ່າວໄປວາງໄວ້ເທົ່ານີ້ ກໍ່ຈະສາມາດແບງປັນຮູບໃຫ້ຫມູ່ເພື່ອນ ຫລືຄົນອື່ນໆໄດ້ແລ້ວ

Grooveshark ເປັນ App ສຳຫລັບຟັງເພງອອນໄລນ໌ເຊິ່ງເປັນບໍລິການຟຼີ ແລະຜູ້ໃຊ້ສາມາດເກັບເພງທີ່ມັກ ແລະຈັດເປັນ Playlist ໄດ້ອີກດ້ວຍ

20 Things I Learned About Browsers & the Web ເປັນ App ຈາກທາງ Google ເຊິ່ງຈະວ່າມັນເປັນປຶ້ມ ຫົວຫນຶ່ງກໍ່ເປັນໄປໄດ້, ເຊິ່ງຈະແນະນຳໃຫ້ຮູ້ຈັກກັບ ບຼາວເຊີ ແລະ ເວັບໄດ້ຫລາຍຂຶ້ນ.

Todo ເປັນ App ເອົາໄວ້ລະບຸສິ່ງທີ່ຕ້ອງເຮັດຫລືການນັດຫມາຍ ເພຶ່ອບໍລິຫານ ເວລາຂອງທ່ານໃຫ້ໄດ້ດີແລະຖືກຕ້ອງ

Box ເປັນ App ສຳຫລັບຈັດເກັບ ແລະ ແບ່ງປັນໄຟລ໌ ເຊິ່ງມີພື້ນທີ່ຟຼີໃຫ້ໃຊ້ເຖິງ 5GB

eBuddy ສຳຫລັບຂາແຊັດຕາມເຄີຍ ຫລາຍໆຄົນອາດຈະເຄີຍໃຊ້ ມາແລ້ວ, ສາມາດແຊັດໄດ້ຫລາຍບັນຊີພ້ອມໆກັນ ບໍ່ວ່າຈະເປັນ Gmail, yahoo, MSN ແລະອື່ນໆ


HootSuite ສຳຫລັບນັກຫລິ້ນສື່ສັງຄົມອອນໄລນ໌ ສາມາດຫລິ້ນໄດ້ຫລາຍໆບໍລິການພ້ອມໆກັນເຊັ່ນ Twitter, Facebook, LinkedIn, mySpace, foursquare ແລະອື່ນໆອີກ

ສຳຫລັບອັນສຸດທ້າຍນີ້ຂໍເປັນ ເກມສຳຫລັບແກ້ເຊັງ ແລະຜ່ອນຄາຍສະຫມອງເກມນີ້ຊື່ວ່າ Poppit ເປັນເກມຈາກທາງ EA

ລອງອ່ານກ່ຽວກັບ  Miro Video Player ທີ່ເປັນຫລາຍກວ່າ ໂປຼແກຼມເບິງຫນັງ ຟັງເພງ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.