ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Facebook ແຊງ Yahoo ກາຍເປັນເວັບ ອັນດັບສາມຂອງໂລກ

ຂ່າວໄອທີ

ລ່າສຸດມີລາຍງານສະຖິຕິຈາກ comScore ເຊິ່ງລາຍງານວ່າປະຈຸບັນ Facebook ໄດ້ແຊງຫນ້າ Yahoo ຂຶ້ນເປັນເວັບອັນດັບສາມຂອງໂລກໄປແລ້ວໂດຍການປຽບຈາກ ຈຳນວນຄົນເຂົ້າເວັບຕໍ່ເດືອນໂດຍບໍ່ສ້ຳກັນ ຈາກສະຖິຕິເດືອນພະຈິກ ທີ່ຜ່ານມາ, ເຊິງປະຈຸບັນທາງ Facebook ມີຢູ່ປະມານ 648 ລ້ານຄົນ ແລະ ທາງ Yahoo ມີ 630ລ້ານຄົນ ເຊິງຕົກລົງມາຈາກ 633ລ້ານຄົນ ໃນເດືອນຕຸລາ.

ສຳລັບອັນດັບຫນຶ່ງແລະອັນດັບສອງຍັງຕົກເປັນຂອງ Google ແລະ Microsoft. ເຊິ່ງປະຈຸບັນຈຳນວນຄົນເຂົ້າເວັບໂດຍບໍ່ສ້ຳກັນຂອງ Google  970ລ້ານຄົນ ແລະ Microsoft ຢູ່ທີ່ 869ລ້ານຄົນ. ຢ່າງໃດກໍ່ຕາມສຳລັບ Yahoo ແລ້ວຍັງເປັນເວັບອັນດັບຫນຶ່ງທີ່ຜູ້ໃຊ້ເຂົ້າຫລາຍທີ່ສຸດ ໃນອາເມລິກາ ໂດຍມີຍອດເຂົ້າໃຊ້ຈຳນວນ 181ລ້ານຄົນ ແລະ Facebook ກໍເປັນເວັບອັນດັບສີ່ ໃນອາເມລິກາໂດຍມີຍອດຄົນເຂົ້າໃຊ້ປະມານ 152ລ້ານຄົນ.

ສະຫລຸບ ສີ່ອັນດັບເວັບຂອງໂລກໃນປະຈຸບັນ ຈາກ comScore ມີດັ່ງນີ້:

  1. Google (970 ລ້ານຄົນ)
  2. Microsoft (869ລ້ານຄົນ)
  3. Facebook (648 ລ້ານຄົນ)
  4. Yahoo (630 ລ້ານຄົນ)

ທີ່ມາ: techcrunch

ລອງອ່ານກ່ຽວກັບ  Internet Explorer 9 ເວີຊັ່ນເຕັມ ພ້ອມໃຫ້ດາວໂຫລດແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.