ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Digsby ລວມ IM, Email ແລະ Social Network ໃນໂປຼແກຼມດຽວ

FREE WARE

Digsby ເປັນໂປຼແກຼມຫນຶ່ງທີ່ຫນ້າສົນໃຈ ແລະ ເຫມາະສົມສຳຫລັບຄົນທີ່ມີຫລາຍອີເມວ, ອີເມວມີຫລາຍປະເພດ ເຊິ່ງບໍ່ຕ້ອງການເປີດຫລາຍໂປຼແກຼມ ໃຫ້ເສຍສັບພະາຍາກອນເຄືອງຄອມພິວເຕີຂອງໂຕເອງ. ເຊິ່ງ Digsby ແມ່ນເປັນໂປຼແກຼມຫນຶ່ງທີ່ມາຕອບໂຈດນີ້ໄດ້ດີ ເຊິງມັນສາມາດເພີ່ມບັນຊີເຂົ້າໄດ້ຫລາຍໆບັນຊີໃນໂປຼແກຼມດຽວ. ແລະມັນຍັງສາມາດເຕືອນເມື່ອມີອີເມວໃຫມ່ເຂົ້າມາ ແລະ ເຕືອນໄດ້ຫລາຍໆບັນຊີອີກດ້ວຍ.

ບໍ່ວ່າທ່ານຈະໃຊ້ງານ  Gmail, MSN, Yahoo, Aol, Facebook, twitter ອື່ນໆອີກ ສາມາດນຳເຂົ້າມາໃຊ້ໃນ Digsby ໄດ້ທັງຫມົດ ແລະຍັງສາມາດຕັ້ງຄ່າໄດ້ອີກວ່າ ບັນຊີໃດຈະໃຊ້ເພຶ່ອແຊັດ ແລະ ບັນຊີໃດຈະໃຊ້ເພຶ່ອແຈ້ງເຕືອນອີເມວ ແລະສາມາດໃຊ້ໄດ້ທັງເຕືອນອີເມວແລະ ແຊັດໄປພ້ອມໆກັນໄດ້, ທີ່ສຳຄັນຍັງມີຟັງຊັ່ນ Widget ທີ່ສາມາດນຳໄປຕິດໃສ່ເວັບໄຊຕ໌ ຫລື ບຼ໊ອກຂອງຕົນເອງໄດ້ ເພຶ່ອໃຫ້ຄົນທີ່ເຂົ້າໄປຊົມນັ້ນສາມາດສອບຖາມໄດ້ທັນທີ່ ຜ່ານຫນ້າເວັບ.

ສະຫລຸບແລ້ວມັນສາມາດໃຊ້ແຈ້ງເຕືອນ Email, ໃຊ້ໄວ້ແຊັດຫລາຍໆປະເພດ ແລະຫລາຍໆອີເມວໃນໂປຼແກຼມດຽວ, ໃຊ້ສຳຫລັບຫລິ້ນສື່ສັງຄົມອອນໄລນ໌. ຫາກໃຜສົນໃຈຢາກທົດລອງໃຊ້ງານ Digsby ສາມາດເຂົ້າໄປດາວນ໌ໂຫລດໄດ້ທີ່ www.digsby.com ມີສຳຫລັບທຸກໆແພັດຟອມ໌ ບໍ່ວ່າຈະເປັນ:​ Mac, Linux, ແລະ Windows.

ລອງອ່ານກ່ຽວກັບ  We Seed ມາຫລິ້ນຫຸ້ນ ອອນໄລນ໌ເພຶ່ອ ເອົາຄວາມຮູ້ ແລະ ປະສົບການ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.