ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Keyboard Case ສຳຫລັບ iPhone 4 ແລະ 3GS

Gadget, ໂທລະສັບ

ມາອີກແລ້ວ Keyboard Case ສຳຫລັບ iPhone ສຳຫລັບເທຶ່ອນີ້ແມ່ນມາຈາກ ThinkGeek.com ລະຫັດຂອງ Keyboard Case ນີ້ແມ່ນ TK-421 ເຊິ່ງເປັນເຄສທີ່ມີຄີບຼອດຕິດມານຳ ເຊິ່ງກ່ອນຫນ້ານີ້ທາງເຮົາກໍ່ມີມາໃຫ້ເບິ່ງກັນແລ້ວ, ເຊິ່ງ Keyboard Case ໂຕນີ້ຈະສາມາດຫມຸນຄີບອດອອກມາໃນເວລາຢາກໃຊ້ງານ ໄດ້ທັນທີ່.

ສຳຫລັບ Keyboard Case ຈາກ ThinkGeek.com ໂມເດວ TK-421 ນີ້ເຂົ້າກັນໄດ້ກັບ iPhone 4 ແລະ iPhone 3GS  ເທົ່ານັ້ນ. ສ່ວນລາຄາປົກກະຕິຕອນນີ້ແມ່ນ $49.99 ຫາກສັ່ງຊື້ອອນໄລນ໌ຜ່ານການໃສ່ Coupon Code “NEXTORDER” ດັ່ງກ່າວນີ້ ກໍ່ຈະເຫລືອພຽງ $39.99 ເທົ່ານັ້ນ ທີ່ http://www.thinkgeek.com/gadgets/cellphone/e66e/. ເບິ່ງວິດີໂອຕົວຢ່າງໄດ້.

ລອງອ່ານກ່ຽວກັບ  ເຜີຍໂສມກ່ອນເປີດໂຕ ສຳລັບ Galaxy S 2 ແລະ Galaxy Tab 2

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ເສຍດາຍເຫວີຍເນາະ.ຂໍຖາມແນ່ iphone ທີ່ຖືກ unlock ມານິສາມາດ update frameware ໄດ້ບໍ່?

  2. @ tong: ອັດເດດໄດ້ ແຕ່ກະຕ້ອງໄດ້ປົດລັອກໃຫມ່ອີກຫອບ, ວ່າແຕ່ຈະອັດເປັນເວີຊັ່ນໃດລະ,

  3. ກະຍັງບໍ່ຮູ້ຄືກັນຊ່ວຍແນະນຳແນ່.ຂອງຂ້ອຍiphone 3g ທຳມະດາ

  4. ໜ້າຈະເວີຊັນເດີມຂອງມັນຫັ້ນແຫຼະ.ເພາະຍັງບໍ່ໄດ້ອັບເດດຫຍັງເທື່ອ

    1. ອັບໄດ້ຢູ່ດອກ ແຕ່ບໍ່ຢາກແນະນຳເວີຊັ່ນລາສຸດ. ລອງອັບໃຫ້ເປັນ 4.0 ກ່ອນ ຫລືບໍ່ກໍ່ຖາມຄົນທີ່ສຳນານເລືອງນີ້ແທ້ໆເບິງ ວ່າຄວນຈະອັບເປັນເວີຊັນໃດ

  5. ໜ້າສົນໃຈເວີຍ! ບ້ານເຮົາມີຂາຍແລ້ວວະນິ? ສັ່ງຊື້ຜ່ານທາງເວັບເຮົາໄດ້ບໍ່?

  6. @ thypomepon: ເຮົາບໍ່ໄດ້ຮັບສັ່ງເຄື່ອງເນາະ ເອົາໄວ້ ສິຖາມຄົນຮູ້ຈັກໃຫ້ເດີ່

  7. @souliyo: ແຫ່ວເລີຍເຮົາ……..ບໍ່ໄດ້ກະບໍ່ເປັນຫຍັງ ຂອບໃຈຫລາຍໆໆໆ ອີກເທື່ອໜຶ່ງສຳລັບຄຳຕອບ…

    1. ບໍ່ເປັນຫຍັງ… ແກັດເຈັດສຳລັບ iPhone ລອງໄປເບິ່ງຢູ່ຮ້ານ Meshop ເບິ່ງກໍ່ໄດ້ເດີ່. 😀

Leave a Reply to souliyo Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.