ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Avast ຟຼີ AntiVirus ດີໆ ສຳຫລັບຜູ້ໃຊ້ Windows

FREE WARE

ຫລາຍຄົນອາດເຈີບັນຫາໄວຣັສມາກວນໃຈ ເຊິ່ງອາດຈະເຮັດໃຫ້ຂໍ້ມູນໃນຄອມພິວເຕີຂອງຕົນນັ້ນເສຍຫາຍ, ເຊິ່ງວິທີແກ້ໄຂປ້ອງກັນນັ້ນກໍ່ຄື ຫາ ຊອຟ໌ແວຼ Antivirus ມາຊ່ວຍແກ້ບັນຫາ. ເຊິ່ງເຫັນຫລາຍຄົນທີ່ຍັງໃຊ້ Antivirus ແບບ Crack ຫລືຂອງລະເມີດລິຂະສິດ ເຊິງບາງຄັ້ງອາດເຈີໄວຣັສເອງຈາກ Antivirus ທີ່ຜ່ານການ Crack ມາ, ມືນີ້ເຮົາກໍ່ເລີຍມີ Antivirus ດີໆ ແຖມຍັງຟຼີ ທີ່ສຳຄັນມາດປ້ອງກັນໄວ້ຣັສໄດ້ພໍໆກັບ ແບບເສຍເງິນເລີຍ ນັ້ນກໍ່ຄື: Avast

ຫລາຍຄົນອາດຈະເຄີຍໄດ້ຍິນຫລືເຄີຍໃຊ້ Avast ໄປແລ້ວ, ແຕ່ປະຈຸບັນ Avast  antivirus ກໍ່ມີເວີຊັ່ນແຈກຟຼີສຳຫລັບຜູ້ໃຊ້ຄືກັນເຊິ່ງຈະມີປະສິດທິພາບ ທຽບເທົ່າກັບແບບເສຍເງິນ ແຕ່ຈະຕ່າງກັນຢູ່ທີ່ ຈະບໍ່ມີຟັງຊັ່ນຫລາຍເທົ່າກັບແບບທີ່ເສຍເງິນ(ປ້ອງກັນແລະກຳຈັດໄວ້ຣັສໄດ້ກໍ່ພໍ. ນີ້ຄືຈຸດປະສົງ). ເຊິ່ງຄວາມສາມາດຂອງ Avast ເວີຊັ່ນຟຼີນີ້ກໍ່ຈະມີ ປ້ອງກັນແລະກຳຈັດ ໄວຣັສຕ່າງໆ ລວມໄປເຖິງສະປາຍແວຼ ອີກດ້ວຍ ເຊິ່ງບໍ່ຕ້ອງຫ່ວງວ່າເປັນເວີຊັ່ນຟຼີແລ້ວຈະບໍ່ມີປະສິດທິພາບ, ເຊິ່ງ Avast ໄດ້ໃຊ້ຄວາມສາມາດໃນການປ້ອງກັນໄວຣັສ ຫລື ສະປາຍແວຼ ຕ່າງໆນັ້ນຄືກັບເວີຊັ່ນທີ່ເສຍເງິນ.

ຫາກໃຜກຳລັງຊອກຫາ Antivirus ສຳຫລັບເຄື່ອງ PC ຢູ່ ແນະໃຫ້ໃຊ້ Avast ໂຕນີ້ເລີຍ ຟຼີ, ມີປະສິດທິພາບ, ບໍ່ມີຄວາມສ່ຽງກັບ Crack, ບໍ່ລະເມີດລິຂະສິດ ກໍ່ສາມາດເຂົ້າໄປດາວນ໌ໂຫລດໄດ້ທີ່ http://www.avast.com/free-antivirus-download ສາມາດໃຊ້ໄດ້ຕັ້ງແຕ່ Windows 2000, XP, vista, ແລະ windows 7 ແລະທີ່ສຳຄັນໃຊ້ໄດ້ທັງແບບ 32bit ແລະ 64bit.

ດາວນ໌ໂຫລດ: http://www.avast.com/free-antivirus-download

ລອງອ່ານກ່ຽວກັບ  ສົງຄາມສິດທິບັດຄຳວ່າ App Store ແລະ Windows ຂອງສອງຍັກໃຫຍ່

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply to souliyo Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.