ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຍອດຂາຍ Apple TV ຮອດຫນຶ່ງລ້ານຕາມຄາດຫມາຍແລ້ວ

ຂ່າວໄອທີ

ຫລັງຈາກທີ່​ Apple ໄດ້ປະກາດວ່າ Apple TV ຈະມີຍອດຂາຍເຖິງ 1ລ້ານ ໄປກ່ອນຫນ້ານີ້, ລ່າສຸດມີລາຍງານຂ່າວ ອອກມາຢ່າງບໍ່ເປັນທາງການແລ້ວວ່າ Apple TV ມີຍອດຂາຍເຖິງ 1ລ້ານແລ້ວ ນັ້ນຫມາຍຄວາມວ່າ Apple TV ເຮັດຍອດຂາຍເຖິງຫນຶ່ງລ້ານໄດ້ ໂດຍໃຊ້ເວລາ 3ເດືອນເທົ່ານັ້ນ.

ຖືວ່າເປັນອຸປະກອນ ຫລື ແກັດເຈັດທີ່ເຮັດຍອດຂາຍໄດ້ສູງພໍສົມຄວນ ໃນເວລາລະດັບນີ້ ເຊິ່ງສາເຫດຫລັກອາດຈະມາຈາກລາຄາທີ່ບໍ່ແພງ, ໃຊ້ງານງ່າຍຜ່ານທາງ iTunes Store, ແລະ ຍັງມີຄອນເທັ້ນຕ່າງໆບໍ່ວ່າຈະເປັນຫນັງ, ລາຍການໂທລະທັດ ແລະອື່ນໆໄວ້ຮອງຮັບບໍລິການຫລາຍ ແຖມລາຄາບໍ່ແພງອີກດ້ວຍ. ສຳລັບໃຜທີ່ສົນໃຈຢາກເປັນເຈົ້າຂອງ Apple TV ນີ້ກໍ່ເຂົ້າໄປເບິງໄດ້ທີ່ Apple.com ໃນລາຄາພຽງ $99 ເທົ່ານັ້ນ,

ທີ່ມາ: Engadget

ລອງອ່ານກ່ຽວກັບ  Motorola Xoom Tablet ໂຕທຳອິດ ທີ່ຈະມາກັບ Android 3.0

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.