ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple TV ຈະມີຍອດຂາຍເຖິງ 1ລ້ານ ພາຍໃນ ອາທິດນີ້

ຂ່າວໄອທີ

ລ່າສຸດທາງ Apple ໄດ້ປະກາດວ່າ Apple TV ອຸປະກອນສຳລັບເຊົ່າຫນັງ ແລະຄອນເທັ້ນຕ່າງໆ ລຸ້ນລ່າສຸດ ທີ່ຂາຍໃນລາຄາພຽງ $99 ທີ່ໄດ້ປະເກີດເປີດໂຕໄປໃນເດືອນ ກັນຍາ ທີ່ຜ່ານມານີ້ ປະຈຸບັນມີຍອດຂາຍໄກ້ຈະຮອດ1ລ້ານ ແລ້ວ ແລະ ຄາດການວ່າຈະຮອດ1ລ້ານ ພາຍໃນອາທິດນີ້ ນອກນັ້ນ Apple ຍັງບອກອີກວ່າຍອດການເຊົ່າ ແລະ ຊື້ຕໍ່ມື້ ຂອງລາຍການໂທລະທັດຕອນນີ້ ຫລາຍກວ່າ4ແສນຕອນແລ້ວ ແລະ ສຳລັບປະເພດຫນັງແມ່ນຫລາຍກວ່າ 150,000 ເລື່ອງຕໍວັນເຊັ່ນດຽວກັນ. ເຊິ່ງລາຍການໂທລະທັດຕ່າງໆຈະເລີມຕົ້ນພຽງ $0.99 ຕໍ່ຫນຶ່ງຕອນເທົ່ານັ້ນ.

ປະຈຸບັນເວີຊັ່ນລ່າສຸດຂອງ Apple TV ນັ້ນ ສະຫນັບສະຫນຸນການເຂົ້າໃຊ້ Netflix, YouTube, Flickr ແລະ MobileMe ແລ້ວ.

ທີ່ມາ: Mashable

ລອງອ່ານກ່ຽວກັບ  ຂ່າວລື່ iPad Mini, iPhone 5 ກຳລັງຈະມາພ້ອມກັບ iPod Shuffle

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.