ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple ປະດິດເສົາສັນອາກາດແບບໃຫມ່ ນຳໄປໄວ້ທາງຫລັງໂລໂກ້

ຂ່າວໄອທີ

ລ່າສຸດມີຂ່າວອອກມາວ່າ Apple ໄດ້ອອກແບບ ແລະ ຈົດລິຂະສິດ ເສົາອາກາດແບບໃຫມ່ ນັ້ນກໍ່ຄືການເອົາເສົາອາກາດເຊື່ອງໄວ້ດ້ານຫລັງຂອງໂລໂກ້ ເຊິ່ງເປັນເສົາອາກາດທີ່ມີໃນ iPad ລຸ້ນປະຈຸບັນຢູ່ແລ້ວ ແຕ່ລ່າສຸດໄດ້ເດີນຫນ້າ ພັດທະນາຈົນເຖິງການນຳເອົາເສົາສັນຍານໂທລະສັບໄປໄວ້ດ້ານຫລັງຂອງໂລໂກ້ ແອັບເປິ້ນ ທີ່ເຮົາເຫັນຢູ່ທຸກມື້ນີ້ໃນອຸປະກອນຂອງ Apple.

ແຕ່ນອກນັ້ນຍັງມີສິ່ງທີ່ເຮັດໃຫ້ຕົກໃຈແບບຍິ້ມໆກັນກໍ່ຄື ນອກຈາກຈະປະດິດເສົາສັນຍານໃນ iPhone ແລ້ວ ຍັງມີສຳຫລັບ MacBook ອີກດ້ວຍ ເຊິ່ງອາດຈະປະເມີນການໄດ້ວ່າໃນ MacBook ລຸ້ນໃດລຸ້ນຫນຶ່ງ ຫລື ອາດຈະເປັນໄປໄດ້ຄື MacBook Air ຈະສະຫນັບສະຫນຸນການເຊື່ອມຕໍ່ໄຮ້ສາຍແບບ 3G ຫລື ອາດຈະເປັນ 4G ໄປແລ້ວກະໄດ້.

ທີ່ມາ: 9to5mac, Patently Apple

ລອງອ່ານກ່ຽວກັບ  Amazon Cloud Player ຮອງຮັບອຸປະກອນ iOS ແລ້ວ (ແນວໃດເຂົ້າມາເບິ່ງ)

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.