ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຍ້ອນຄວາມຫລັງ ລະລຶກຄົບຮອບ 25ປີ ຂອງລະບົບ Windows

ລາຍງານພິເສດ

ເນຶ່ອງຈາກມື້ນີເປັນມື້ ຄົບຮອບ 25 ປິ (20/11/1985 – 20/11/2010) ຂອງລະບົບປະຕິບັດການວິນໂດວ ( windows ) ກໍ່ເລີຍຈັດສະຫລອງວັນເກີດໃຫ້ ລະບົບວິນໂດ່ວໂດຍ ການຂຽນບົດຄວາມນີ້ຂຶ້ນມາ ລາຍລະອຽດຕ່າງໆມີດັ່ງຕໍ່ໄປນີ້.

ລະບົບປະຕິບັດການວິນໂດວ ລຸ້ນທຳອິດ ໄດ້ຖືກເລີ່ມພັດທະນາແລະອອກສູ່ສາຍຕາຊາວໂລກເມື່ອວັນທີ່ 20 ພະຈິກ ປີ 1985 ເຊິງມີຊື່ວ່າ Windows one ນັ້ນເອງ (ເຮົາເກີດບໍ່ທັນ Windows ເວີຊັ່ນນີ້ ) ລາຍລະອຽດຂອງ Windows ແຕ່ລະເວີຊັນໂດຍສັງເຂບ ແມ່ນຢູທາງລຸ່ມນີ້:

Windows 1: ວິນໂດ່ວຫນຶ່ງ ຫລື ວິນໂດ່ວວັນ ກະເວົ້າໄປ ເປັນວິນໂດ່ວລຸ້ນທຳອິດ ຖືກເປີດໂຕເມຶ່ອວັນທີ່ 20 ພະຈິກ ປີ 1985 ແລະ Microsoft ຢຸດການສະຫນັບສະຫນຸນວິນໂດ່ວລຸ້ນນີ້ ໃນວັນທີ່ 31 ທັນວາ ປິ 2001.

Windows 2: ວິນໂດ່ວ ສອງ ຫລື ວິນໂດ່ວທູວ ຖືກເປີດໂຕເມຶ່ອວັນທີ່ 1 ພະຈິກ ປິ1987 ສຳຫລັບວິນໂດ່ວລຸ້ນນີ້ ອອກມາກໍ່ບໍ່ໄດ້ປະສົບຜົນສຳເລັດພໍປານໃດ ແຕ່ກໍ່ໄດ້ຮັບການຕອບຮັບດີຈາກນັກພັດທະນາ ແລະມັນກໍ່ຖືກຢຸດການສະຫນັບສະຫນຸນໄປພ້ອມກັບ ວິນໂດ່ວຫນຶ່ງ ໃນວັນທີ່ເດືອນປີດຽວກັນຄື ວັນທີ່ 31 ທັນວາ ປິ 2001.

Windows 2.1x: ວິນໂດ່ວ ສອງຈຸດຫນຶ້ງ ຫລື ວິນໂດ່ວ ທູວພ່ອຍວັນ ຖືກເປີດໂຕເມຶ່ອວັນທີ່ 27 ພຶດສະພາ ປິ1988, ວິນໂດ່ວເວີຊັ່ນນີ້ ຖ້າທຽບໃສ່ປະຈຸບັນ ມັນກະຄື Service Pack ຕ່າງໆນັ້ນເອງ, Microsoft ຢຸດການສະຫນັບສະຫນຸນວິນໂດ່ວລຸ້ນນີ້ ໃນວັນທີ່ 31 ທັນວາ ປິ 2001.

windows 3: ວິນໂດ່ວ ສາມ ຫລື ວິນໂດ່ວທຼີ ຖືກເປີດໂຕເມຶ່ອວັນທີ່ 22 ພຶດສະພາ ປິ 1990 ,ຫນ້າຕາບໍ່ຕ່າງຫຍັງຈາກລຸ້ນທີສອງ ສ້ຳບໍ່ຫນຳເປັນສີເທົາ ບໍ່ມີສີສັນ ເຮັດໃຫ້ເບຶ່ອ ບາງເທຶ່ອອາດເຫງົານອນຕອນເຮັດວຽກ ກະເປັນໄດ້, Microsoft ຢຸດການສະຫນັບສະຫນຸນວິນໂດ່ວລຸ້ນນີ້ ໃນວັນທີ່ 31 ທັນວາ ປິ 2001.

Windows 3.1x: ວິນໂດ່ວ ສາມຈຸດຫນຶ່ງ ຫລື ວິນໂດ່ວ ທຼີພ່ອຍວັນ ຖືກເປີດໂຕເມຶ່ອວັນທີ່ 6 ເມສາ ປີ 1992, ຄວາມຫມາຍມັນກະຄື Service Pack ຕ່າງໆ ຄືກັບລຸ້ນຕ່າງໆໃນປະຈຸບັນນັ້ນເອງ, ຫນ້າຕາກະຄ້າຍໆກັນກັບ Windows 3 ແຕ່ຈະເປັນການເພີ່ມສີໃນໄອຄ່ອນຕ່າງໆ, Microsoft ຢຸດການສະຫນັບສະຫນຸນວິນໂດ່ວລຸ້ນນີ້ ໃນວັນທີ່ 31 ທັນວາ ປິ 2001.

windows 95: ວິນໂດ່ວ ເກົ້າຫ້າ ຖືກເປີດໂຕເມຶ່ອວັນທີ່ 24ສິງຫາ ປີ 1995, ເປັນການປ່ຽນແປງຫນ້າຕາຄັ້ງສຳຄັນ ແລະຄັ້ງໃຫຍ່ ຂອງລະບົບປະຕິບັດການວິນໂດ່ວ, ເປັນຄັ້ງທຳອິດ ທີ່ເຈາະຕະຫລາດຜູ້ໃຊ້ທົວໄປ ເລີ່ມມີປຸ່ມສະຕາສ ສີສັນຫນ້າຕາ ດີຂຶ້ນຫລາຍ. Microsoft ຢຸດການສະຫນັບສະຫນຸນ ວິນໂດ່ວລຸ້ນນີ້ ໃນວັນທີ່ 31 ທັນວາ ປິ 2001.

Windows NT 4.1: ວິນໂດ່ວ ເອັນ໌ທີ ສີ່ຈຸດຫນຶ່ງ ຫລື ວິນໂດ່ວ ເອັນ໌ທີ ໂຟຼ ພ່ອຍວັນ, ຖືກເປີດໂຕເມຶ່ອວັນທີ່ 31 ກໍລະກົດ ປີ 1996 ວິນໂດ່ວເວີຊັ່ນນີ້ ເປັນການເນັ້ນຕະຫລາດອົງກອນ ຫລື ຕະຫລາດເຊີເວີ, ເນັດເວີກຕ່າງໆ ນອກນັ້ນຍັງມີການເພີ່ມ API (Application Programming Interface) ລົງໄປໃນເວີຊັນນີ້ອີກດ້ວຍ, ເຊິງວິນໂດ່ວລຸ້ນນີ້ແບ່ງອອກໄປສອງລຸ້ນຍ່ອຍ ຄື Workstation ແລະ Server ເຊິ່ງລຸ້ນ Workstation ຖືກ Microsoft ຍຸດການສະຫນັບສະຫນຸນ ໃນວັນທີ່ 30 ມິຖຸນາ ປີ 2004 ແລະລຸ້ນ Server ຖືກ Microsoft ຢຸດການສະຫນັບສະຫນຸນ ໃນວັນທີ່ 31 ທັນວາ ໃນປີດຽວກັນ.

Windows 98: ວິນໂດ່ວ ເກົ້າແປດ ( ເປັນວິນໂດ່ວທຳອິດທີ່ເຮົາເລີ່ມໃຊ້ ),  ຖືກເປີດໂຕເມຶ່ອວັນທີ່ 25 ມິຖຸນາ ປິ 1998. ໂດຍເວີຊັ່ນນີ້ ອອກມາໄດ້ຮັບສຽງຈົ່ມວ່າມີບັ໊ກຫລາຍ, ຈຸດເດັ່ນຂອງເວີຊັ່ນນີ້ແມ່ນການເພີ່ມມາດຕະຖານໄດຼເວີລ WDM ແລະ VxD ລົງໄປ ແລະ ໃນວັນທີ່ 10 ມິຖຸນາ ປີ 1999 ທາງ Microsoft ກໍ່ໄດ້ອອກ Windows 98 Second Edition. Microsoft ຢຸດການສະຫນັບສະຫນຸນວິນໂດ່ວລຸ້ນນີ້ ໃນວັນທີ່ 11 ກໍລະກົດ ປີ 2006.

ລອງອ່ານກ່ຽວກັບ  Microsoft Touch Mouse ເມົ້າສຳພັດ ຈາກ Microsoft

Windows 2000: ວິນໂດ່ວ ສອງພັນ ຖືກເປີດໂຕເມຶ່ອວັນທີ່ 17 ກຸມພາ ປິ 2000 ເຊິງໃນເວີຊັ່ນນີ້ ມັນກະຄື Windows NT 5.0 ນັ້ນເອງ, ສ່ວນໃຫຍ່ແມ່ນເຈາະຕະຫລາດ ກຸ່ມຜູ້ໃຊ້ລະດັບສູງ ແລະ ອົງກອນທຸລະກິດ ໂດຍແບ່ງອອກເປັນ 5 ລຸ້ນຍ່ອຍ ຄື: Professional, Server, Advanced Server, Datacenter Server ແລະ Advanced Server 64-bit Limited Edition. Microsoft ຢຸດການສະຫນັບສະຫນຸນວິນໂດ່ວລຸ້ນນີ້ ໃນວັນທີ່ 13 ກໍລະກົດ 2010 ຫາກະຜ່ານໄປຫມາດໆນິເອງ.

Windows Me: ວິນໂດ່ວມີ ມັນຄື Windows 4.9 ຖືກເປີດໂຕຂຶ້ນໃນວັນທີ 14ກັນຍາ ປີ 2000, ມັນເປັນລຸ້ນສຸດທ້າຍທີ່ບໍ່ແມ່ນລະບົບ NT,  Microsoft ຢຸດການສະຫນັບສະຫນຸນວິນໂດ່ວລຸ້ນນີ້ ໃນວັນທີ່ 11 ກໍລະກົດ ປີ 2006

Windows XP ແລະ Windows server 2003:  ວິນໂດ່ວເອັກພີ (ເປັນວິນໂດ່ວໂຕທຳອິດ ຂອງຄອມຫນ່ວຍທຳອິດ ຂອງເຮົາ) ແລະວິນໂດ່ວ ເຊີເວີ 2003  ເປັນ Windows NT 5.1 ແລະ 5.2, ຖືກເປີດໂຕຂຶ້ນໃນວັນທີ 25 ຕຸລາ ປີ 2001 ວິນໂດ່ວເອັກພີ ເປັນວິນໂດ່ວ ທີ່ໄດ້ຮັບຄວາມນິຍົມ ແລະມີຜູ້ໃຊ້ຫລາຍທີ່ສຸດຈົນເຖິງປະຈຸບັນ ຜູ້ໃຊ້ສ່ວນໃຫຍ່ຍັງຕົກເປັນຂອງ ວິນໂດ່ວເອັກພີຢູ່ ແລະຄຳວ່າ XP ຫຍໍ້ມາຈາກ Experience ຫລື ປະສົບການ. ແລະມັນກໍເປັນແລ່ງທີ່ມາຂອງຄຳວ່າ Service Pack ເຊິງວິນໂດ່ວເອັກພີນັ້ນ ໄດ້ອອກ Service Pack ມາຫລາຍພໍສົມຄວນ ແລ້ວກໍ່ມີຢຸດການສະຫນັບສະຫນຸນໄປແລ້ວບາງສ່ວນ ແຕ່ຍັງມີບາງ Service Pack ທີ່ຍັງສືບຕໍ່ສະຫນັບສະຫນູນ ມີລາຍລະອຽດດັ່ງລຸ່ມນີ້:

ລຸ້ນທີ່ຖືກຢຸດການສະຫນັບສະຫນຸນໄປແລ້ວ

  • Windows XP ບໍ່ມີ Service Pack ລຸ້ນທຳອິດ Microsoft ໄດ້ຢຸດການສະຫນັບສະຫນຸນວິນໂດ່ວລຸ້ນນີ້ໄປແລ້ວ ໃນວັນທີ່ 30ກັນຍາ ປີ 2004
  • Windows XP Service Pack 1 ແລະ Service Pack 1a Microsoft ໄດ້ຢຸດການສະຫນັບສະຫນຸນວິນໂດ່ວລຸ້ນນີ້ ໃນວັນທີ່ 10 ຕຸລາ ປີ 2006
  • Windows XP Service Pack 2 32 Bit Microsoft ໄດ້ຢຸດການສະຫນັບສະຫນຸນວິນໂດ່ວລຸ້ນນີ້ ໃນວັນທີ່ 13 ກໍລະກົດ ປີ 2010 ທີ່ຜ່ານມານີ້ເອງ

ລຸ້ນທີ່ຍັງມີການສະຫນັບສະຫນຸນຕໍ່ໄປ

  • Windows XP Service Pack 2 64Bit ແລະ Windows XP Service Pack 3  Microsoft ຈະຍັງມີການສະຫນັບສະຫນຸນຕໍ່ໄປຈົນຮອດ ວັນທີ່ 8ເມສາ 2014
  • Windows server 2003, Microsoft ຈະຍັງສະຫນັບສະຫນຸນຕໍ່ໄປຈົນຮອດວັນທີ່ 14 ກໍລະກົດ 2015

Windows Vista ແລະ Windows server 2008: ວິນໂດ່ວວິສຕ່າ Windows NT 6.0 ຖືກເປີດໂຕ ວັນທີ່ 8 ພະຈິກ 2006, ວາງຂາຍວັນທີ່ 30ມັງກອນ ປີ 2007. ວິນໂດ່ລຸ້ນນີ້ເປັນວິນໂດ່ວທີ່ມີຄວາມສາມາດເຫນຶອກວ່າ Windows XP ຫລາຍ ແຕ່ມັນກັບບໍ່ໄດ້ຮັບຄວາມນິຍົມ ຫລື ຈະເວົ້າງ່າຍໆ ກໍ່ຄື ແປັກ ຄົນບໍ່ນິຍົມຍ້ອນເຫດຜົນທີ່ວ່າ ມັນຊ້າ. ໃນເວີຊັ່ນຂອງອົງກອນທຸລິກິດຕ່າງໆຈະເປັນ Windows server 2008 ແລະ Windows Home server. ແລະສຳຫລັບ ວິນໂດ່ວ ວິສຕ່າ ກໍ່ການຢຸດການສະຫນັບສະຫນຸນໄປແລ້ວບາງສ່ວນ ແລະມີແຜນຈະຢຸດ ໃນສ່ວນຕ່າງໆດັ່ງລຸ່ມນີ້:

ລຸ້ນທີ່ຢຸດການສະຫນັບສະຫນຸນໄປແລ້ວ

  • Windows Vista ຍັງບໍ່ມີ Service Pack,  Microsoft ໄດ້ຢຸດການສະຫນັບສະຫນຸນວິນໂດ່ວລຸ້ນນີ້ໄປແລ້ວ ໃນວັນທີ່ 13 ກໍລະກົດ ປີ 2010

ລຸ້ນທີ່ຍັງມີການສະຫນັບສະຫນຸນຢູ່

  • Windows Vista Service Pack 1, Microsoft ຈະຍັງມີການສະຫນັບສະຫນຸນຕໍ່ໄປຈົນຮອດ ວັນທີ່ 12 ກໍລະກົດ ປີ 2011 ນີ້
  • Windows Vista Service Pack 2, ແມ່ນຍັງບໍ່ທັນໄດ້ກຳນົດອອກມາ
  • Windows Home server ຍັງບໍ່ມີກຳນົດການຢຸດສະຫນັບສະຫນຸນ
  • Windows sever 2008,  Microsoft ຈະຍັງມີການສະຫນັບສະຫນຸນຕໍ່ໄປຈົນຮອດ ວັນທີ່ 10 ກໍລະກົດ 2018
ລອງອ່ານກ່ຽວກັບ  ສົງຄາມສິດທິບັດຄຳວ່າ App Store ແລະ Windows ຂອງສອງຍັກໃຫຍ່

Windows 7 ແລະ Windows server 2008 R2: ວິນໂດ່ວເຊເວັນ ຫລື ວິນໂດ່ວເຈັດ ເປັນ Windows NT 6.1 ແລະເປັນລຸ້ນລ່າສຸດຂອງ Microsoft ເປີດຕົວເມຶ່ອວັນທີ່ 22 ກໍລະກົດ ປີ 2009 ແລະ ເລີ່ມວາງຂາຍໃນວັນທີ 22ຕຸລາ ປີ 2009,  Windows 7 ເປັນລະບົບປະຕິບັດການທີ່ຂາຍດີເປັນປະຫວັດສາດຂອງ Microsoft ແລະມີຜົນຕອບຮັບດີ  ແລະກໍ່ມີ Windows server 2008 R2 ເປັນລຸ້ນສຳຫລັບ ອົງກອນທຸລະກິດຕ່າງໆ ແລະ Microsoft ຍັງບໍ່ມີກຳນົດ ການຢຸດສະຫນັບສະຫນຸນຂອງ ສອງລຸ້ນນີ້.

ຫວັງວ່າບົດຄວາມນີ້ຈະເປັນປະໂຫຍດສຳຫລັບຫລາຍໆຄົນທີ່ເຂົ້າມາອ່ານ ແລະກໍ່ຈົງຊ່ວຍກັນໃຊ້ວິນໂດ່ວໃຫ້ຖືກລິຂະສິດ ເພຶ່ອຈະໄດ້ເປັນການສະຫນັບສະຫນຸນໃຫ້ນັກພັດທະນາເພີ່ນເຮັດລະບົບປະຕິບັດການດີໆມາໃຫ້ໄດ້ໃຊ້ກັນ

ຂອບໃຈ: thenextweb ແລະ Wiki


Souliyo

Co-Founder and CTO of BIZGITAL and LOCA

Comments
  1. ສະບາຍດີ ພີມງານສຸລິໂຍ

    ຜ່ານມາເຄີຍແຕ່ໃຊ້ຄອມພີວເຕີ ແຕ່ບໍ່ຮູ້ປະຫວັດຄວາມເປັນມາແນວໃດເລີຍ, ຂອບໃຈເດີ້ທີ່ໃຫ້ຄວາມຮູ້ທາງດ້ານນີ້

    (ທີມງານເຮົາສະຫງວນລິຂະສິດບໍ່ ຢາກເອົາໄປເຜີຍແຜ່ຕໍ່ໄດ້ບໍ່ ເພາະຫຼາຍໆຄົນຄົງບໍ່ຮູ້ປະຫວັດນີ້)

    ຂອບໃຈ, ຈາກ ulala369

    1. ເຜີຍແຜ່ໄດ້ ແຕ່ຕ້ອງໃສ່ລິ້ງ ແລະບອກທີ່ມາວ່າມາຈາກເວັບແຫ່ງນີ້

  2. ອະ!!!!!! ລົບກວນອີກແລ້ວ

    ແບບວ່າຄອມເວລາເປີດຂຶ້ນມາໃໝ່ລະມັນຊ້າໆຕ້ອງໄດ້ຖ້າໂປຣແກຣມທຸກໂຕເຮັດວຽກຈື່ງໃຊ້ງານໄດ້(ຖ້າເກືອບຮອດ
    10 ນາທີ ຈື່ງໃຊ້ງານໄດ້) ຊ່ວຍບອກວິທີປິດ, ເປີດ, ແກ້ໄຂ ແນວໃດຈື່ງຈະໄວຂຶ້ນໃຫ້ແດ່ເດີ້. (ຖ້າມີເວລາຫວ່າງຈື່ງ

    ບອກກະໄດ້ເດີ້ ເພາະນ້ອງ ulala ສົມຊື່ ulala) ຂໍຂອບໃຈ ທີ່ໃຫ້ການຊ່ວຍເຫຼືອ.

  3. ຂໍຂອບໃຈຫຼາຍໆ ອ້າຍ ສຸສິໂຍ

    ນ້ອງຈະລອງໃຊ້ເບິ່ງກ່ອນ ຄັນບໍ່ເປັນລະຈະລົບກວນອີກ

  4. ອຸ້ຍ!!!! ບໍ່ທັນສຸດຄຳຊ້ຳ

    ອ້າຍ ສຸລິໂຍ ຊ່ວຍບອກວິທີໃຊ້ ໂປຣແກຣມ CCleaner ແດ່ໄດ້ບໍ່ ວ່າມັນໃຊ້ງານແນວໃດ

    ນ້ອງໂລດມາແລ້ວແຕ່ບໍ່ຮູ້ໃຊ້ (ປານລີງໄດ້ໝາກພ້າວເນາະ….ອິອິອິ)

    ຂອບໃຈ ອ້າຍ ສຸລິໂຍ

    1. ຄິກໄປທີ່ tools >> ແລ້ວກໍ່ເລືອກເອົາ Start Up ຫລັງຈາກນັ້ນກໍ່ຈະມີລາຍຊື່ໂປຼແກຼມຂຶ້ນມາ ແລ້ວກໍ່ໄປຄິກເລືອກໂປຼແກຼມທີ່ມັນເປີດໂຕເຈົ້າເປີດເຄື່ອງນັ້ນ ແລ້ວກໍ່ໄປຄິກໃສ່ Disable (ຄິກເລືອກແລ້ວກໍ່ຄິກ Disable)

  5. ຂອບໃຈຫຼາຍຫຼາຍໆເດີ້ອ້າຍ ສຸລິໂຍ

    ມີບັນຫາຫຍັງກ່ຽວກັບຄອມ ແລ້ວນ້ອງຈະຖາມໃໝ່

  6. ສະບາຍດີອ້າຍ ສຸລິໂຍ ຄົນຫຼໍ່

    ມີວຽກບ້ານອີກແລ້ວ!!!!!!!! ນ້ອງລົງວິນໂດໃໝ່ດ້ວຍຕົນເອງ ລະມີບັນຫານິດໜຶ່ງ ຫຼື ຫຼາຍເຕີບ

    ກໍ່ຄື ບໍ່ໄດ້ສຽງ, ກາດຈໍ ແລະ ເຂົ້າອີນເຕີເນັດບໍ່ໄດ້ ອ້າຍ ສຸລິໂຍ ພໍມີຊ່ອງທາງແກ້ໄຂບັນຫານີ້ໃຫ້ນ້ອງໄດ້ບໍ່?

    ຂອບໃຈເດີ້ອ້າຍ ທີ່ໃຫ້ຄວາມຊ່ວຍເຫຼືອ

    1. ຕ້ອງລົງ Driver ຂອງຄອມເຈົ້າກ່ອນ, ອາດຈະລົງຈາກ CD ທີ່ຕິດມາກັບຄອມ ຫລື ບໍ່ກໍ່ຕ້ອງໄປດາວໂຫລດເອົາ

  7. Good morning Soulyyo

    ແບບວ່າ ຄອມນ້ອງແຜນ CD Driver ມັນເສຍກໍ່ເລີຍເປັນບັນຫາ, ວ່າຊິຊອກຫານຳເນັດພັດບໍ່ຮູ້ວ່າຊິເອົາແນວໃດ

    ເພາະບໍ່ຮູ້ຍີ່ຫໍ້ເຄື່ອງ(ເປັນເຄື່ອງປະກອບ) ອ້າຍ ສຸລິໂຍ ພໍມີວິທີດີໆແກ້ໄຂບັນຫານີ້ໃຫ້ນ້ອງໄດ້ບໍ່

    ຂໍຂອບໃຈ ອ້າຍ ສຸລິໂຍ

    1. ເອົາເປັນວ່າຕິດຕໍ່ທາງເມວເດີ່ ດຽວມັນສິຍາວ ຮະຮະ ເພາະມັນບໍ່ກ່ຽວກັບບົດຄວາມເລີຍ

  8. ສະບາຍດີ ອ້າຍ ສຸຸລິໂຍ ຂ້ອຍມີປັນຫາກ່ຽວກັບຄອມ ຄືວ່າຫົວອ່ານແຜ່ນມັນຕາຍ ເລີຍຢາກລົງທາງ USB ຈະໄດ້ບໍ ຊ່ວຍບອກວິທີແດ່?

  9. ຢາກຮູ້ຄວາມໝາຍຂອງແຕ່ລະສີໃນໂລ້ໂກ້ ມັນໝາຍເຖີງຫຍັງ

    1. ຕາມທີ່ຮູ້ມານັ້ນມັນກໍ່ບໍ່ມີຄວາມຫມາຍຫຍັງນອກຈາກວ່າມັນເປັນແມ່ສີ.

Leave a Reply to Souliyo Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.