ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Twitter ແມ່ນຫຍັງ Facebook ແມ່ນຫຍັງ ຕ່າງກັນແນວໃດ

social media, ລາຍງານພິເສດ

ມີຫລາຍຄົນມັກຖາມວ່າ ຈະໃຊ້ Facebook ຫລື Twitter ໂຕໃດດີ ມັນກະໃຊ້ໄວ້ເປັນເຄື່ອງມືສື່ສານ ຫລື ສາມາດເຂົ້າກຸ່ມໝູ່ເພື່ອນ ແລະ ສັງຄົມໃໝ່ໄດ້ ຄືກັນ? ຈາກປະສົບການທີ່ຜ່ານມາ ຈະເຫັນວ່າ ຄົນສ່ວນໃຫຍ່ຈະນິຍົມໃຊ້ Facebook  ຫລາຍກວ່າ Twitter. ເຮົາອາດຕັ້ງຄໍາຖາມໄດ້ວ່າ ແລ້ວ Facebook  ຕ່າງກັບTwitter ແນວໃດ?

Facebook ແລະ Twitter ໃຫ້ບໍລິການແນວໃດ?

ທັງສອງອັນແຕກຕ່າງກັນທຳອິດແມ່ນ… ຊື່ຕ່າງກັນ ແນ່ນອນຢູ່ແລ້ວ^^… ຄວາມຈິງແລ້ວ ທັງສອງບໍລິການນີ້ແມ່ນ ການບໍລິການເຄືອຂ່າຍ ສັງຄົມອອນລາຍ ຫລື Social Network Service ຫລືບໍລິການທີ່ເຮັດໃຫ້ເຮົາ ສາມາດເຊື່ອມໂຍງຫາ ໜູ່ເພື່ອນ ພີ່ນ້ອງ ຫລື ຄົນຮູ້ຈັກຂອງເຮົາໄດ້ ຜ່ານທາງອິນເຕີເນັດ ແຕ່ກໍ່ມີຫລາຍຢ່າງທີ່ແຕກຕ່າງກັນ ເຮົາລອງມາຮູ້ຈັກ Facebook ແລະ Twitter ຈັກໜ້ອຍໜຶ່ງວ່າມັນແຕກຕ່າງກັນແນວໃດ !

Twitter ແມ່ນຫຍັງ?

Twitter.com ແມ່ນ “ບໍລິການສົ່ງຂໍ້ຄວາມ 140 ຕົວອັກສອນ (Message Communication)” ໃນຮູບແບບກະຈາຍອອກໄປ (Broadcast) ເຮັດໃຫ້ຫລາຍໆຄົນ ສາມາດເຫັນຂໍ້ຄວາມ (one to many) ໂດຍເປັນການກະຈາຍຂໍ້ຄວາມ ຜ່ານໄປຫາໜູ່ເພື່ອນ ແລະ ຄົນຮູ້ຈັກ (Follower) ຫລື ເຮົາສົນໃຈໃນສິ່ງທີ່ເຮົາຢາກຮູ້ ກໍ່ສາມາດໄປຕິດຕາມ (Following) ເພື່ອຮັບຂ່າວສານອັບເດດ ນຳຜູ້ອື່ນໄດ້ຄືກັນ. ການສົ່ງຂໍ້ຄວາມອອກໄປຫລາຍໆ ຄົນສ່ວນໃຫຍ່ມັກສົ່ງຂໍ້ຄວາມກ່ຽວກັບ “ເຮົາກຳລັງເຮັດຫຍັງຢູ່, ລວມເຖິວຄວາມຮູ້ ແລະ ສິ່ງຕ່າງໆຫລາກຫລາຍ ທີ່ກ່ຽວກັບໂຕເຮົາຂະນະນັ້ນອອກໄປ” ແລະ ໃນການສົ່ງຂໍ້ຄວາມອອກໄປ ເຮົາສາມາດສົ່ງ ຮູບ ວີດີໄອ ຕຳແໜ່ງຂອງເຮົາ (Location) ລວມເຖິງ ອ້າງອີງ ເວົ້າເຖິງ ແລະ ບອກຕໍ່ ຂໍ້ຄວາມຂອງຄົນອື່ນໆ ອອກໄປໄດ້ ຊຶ່ງຄວາມຄັກຂອງມັນແມ່ນ ເຮົາໄດ້ຮັບຮູ້ວ່າໝູ່ຂອງເຮົາ ຄົນດັງທີ່ເຮົາມັກ ກຳລັງເຮັດຫຍັງຢູ່ ຄິດຫຍັງຢູ່ ໄດ້ທັນທີ ທີ່ຄົນເຫລົ່ານັ້ນ ພິມ ຫລືເອີ້ນວ່າ ທະວິດ (Tweet) ຢູ່.

Facebook ແມ່ນຫຍັງ?

Facebook.com ສາມາດເອີ້ນງ່າຍໆວ່າ ເປັນເວັບທີ່ສາມາດເຊື່ອມໂຍງຕິດຕໍ່ສື່ສານກັບໝູ່ເພື່ອນ ແລະ ຄົນທີ່ເຮົາຮູ້ຈັກໄດ້ງ່າຍໆ ໂດຍມີບໍລິການຫລາຍໆຢ່າງ ຢູ່ໃນໂຕມັນເອງ ເຊັ່ນ ການສົ່ງຂໍ້ຄວາມ (ຄືກັບ Twitter) ການແລກປ່ຽນແບ່ງປັນ (Share) ຂໍ້ມູນຕ່າງໆ ໄດ້ແກ່ ຮູບ ວີດີໂອ ຫລື ສາມາດສ້າງ ກຸ່ມ (Group) ຂອງໂຕເອງຂື້ນມາ ແລະ ຫາແຟນໆ (Fan) ທີ່ມັກຫຍັງຄ້າຍໆກັນ ນອກຈາກນີ້ Facebook ໄດ້ປ່ຽນໂຕເອງຈາກ ເວັບທຳມະດາ ເຂົ້າສູ່ການເປັນເວັບແພັດຟອມ (Web Platform) ທີ່ເປີດໂອກາດໃຫ້ ນັກພັດທະນາທົ່ວໂລກ ສາມາດພັດທະນາບໍລິການຕ່າງໆ ມາໃສ່ໄວ້ໃນ Facebook ໄດ້ງ່າຍໆ ໂດຍບໍລິການຕ່າງໆ ທີ່ຄົນນິຍົມໄດ້ແກ່ ເກມ, ໂປຣແກມແອັບພິເຄຊັ້ນຕ່າງໆ ຊຶ່ງສ່ວນຫລັງນີ້ ທີ່ເຮັດໃຫ້ Facebook ມີຄວາມຫລາກຫລາຍໃນໂຕມັນເອງ

Facebook ຕ່າງຈາກ Twitter ແນວໃດ?

ແທ້ຈິງແລ້ວ Facebook ກໍ່່ມີຫລາຍຢ່າງທີ່ຄືກັນກັບ Twitter ແມ່ນການສົ່ງຂໍ້ຄວາມ ແຕ່ໃນ Facebook ຈະມີຄວາມຫລາກຫລາຍກວ່າ ເພາະມັນສາມາດຫລີ້ນເກມ ສ້າງກຸ່ມ ອື່ນໆອີກຫລາຍຢ່າງ ແຕ່ຄຳຖາມຄື ໃຜເໝາະທີ່ຈະໃຊ້ Twitter ແລະ ໃຜເໝາະທີ່ຈະໃຊ້ Facebook… ມັນອາດຍາກຕໍ່ການລະບຸວ່າໃຜເໝາະກັບໂຕໃດ ແຕ່ຄົງແນະນຳໄດ້ວ່າ ຄົນທີ່ໃຊ້ Twitter ສ່ວນໃຫຍ່ ມັກຈະໃຊ້ເຄື່ອງມືສື່ສານ ເປັນຫລັກຫລາຍກວ່າ ໃນຂະນະທີ່ຄົນທີ່ໃຊ້ Facebook ມັກຈະໃຊ້ຫລີ້ນເກມ ເບິ່ງນັ້ນ ເບິ່ງນີ້ ໄປເລື້ອຍໆ ຖ້າສັງເກດເບິ່ງ ຂໍ້ຄວາມທີ່ສື່ສານໃນ Twitter ມັກເປັນຂໍ້ຄວາມທີ່ໃຊ້ລົມກັນຫລາຍກວ່າ Facebook ເພາະໄປເບິ່ງໃນ Facebook ທ່ານມັກມີຂໍ້ຄວາມ ທີ່ກ່ຽວຂ້ອງກັບເລື່ອງ ກິດຈະກຳ ເກມ ຫລື ຂໍ້ຄວາມຈາກລະບົບແອັບພິເຄຊັ້ນຕ່າງໆຫລາຍ ເຮັດໃຫ້ມັນບໍ່ເໝາະສົມກັບໃຊ້ ສື່ສານກັນເປັນຫລັກ ແລະ ສຳລັບ Twitter ເຮົາກໍ່ມັກຈະເຫັນການລົມກັນ ສື່ສານ ແບ່ງປັນຂໍ້ມູນກັນສ່ວນໃຫຍ່.

ແລ້ວຈະໃຊ້ບໍລິການອັນໃດດີ ?

ກໍ່ໃຊ້ມັນທັງສອງ ເລີຍດີກວ່າ !!! ເພາະແທ້ທີ່ຈິງແລ້ວ Facebook ກັບ Twitter ມັນກໍ່ເຊື່ອມໂຍງກັນໄດ້ ພຽງແຄ່ທ່ານເຂົ້າໄປ  ສະໝັກເພີ່ມແອັບພິເຄຊັ້ນ ທີ່ຊື່ວ່າ: “ທະວິດເຕີ (Twitter) (http://www.facebook.com/twitter) ໃນ Facebook ພຽງເທົ່ານີ້ ທ່ານກໍ່ສາມາດເຊື່ອມໂຍງ ທັງສອງບໍລິການນີ້ເຂົ້ານຳກັນໄດ້ງ່າຍໆ ຫລັງຈາກລົງແອັບພິເຄຊັ້ນນີ້ ໃນ Facebook ໄປແລ້ວ ຫລັງຈາກນັ້ນ ພຽງແຕ່ທ່ານສົ່ງຂໍ້ຄວາມໄປໃນ Twitter ຫລື Facebook ຂໍ້ຄວາມຈະຖືກສົ່ງໄປໃນ ອີກບໍລິການຢ່າງອັດຕະໂນມັດ ທັນທີ ເຮັດໃຫ້ທ່ານສາມາດ ບໍລິຫານຈັດການ ແລະ ສື່ສານໄດ້ທຸກໆບໍລິການໄດ້ງ່າຍຂື້ນ

ລອງອ່ານກ່ຽວກັບ  ສ້າງໜັງສັ້ນຂອງຊ່ວງໜຶ່ງໃນຊີວິດ ຈາກ Facebook ດ້ວຍ Timeline Movie Maker

ພຽງເທົ່ານີ້ ທ່ານກໍ່ສາມາດສື່ສານ ແລະ ເຂົ້າເຖິງບໍລິການ ທັງ Facebook ແລະ Twitter ໄດ້ງ່າຍໆ ລວມເຖິງຍັງສາມາດ ລົມກັນກັບຄົນໄດ້ຄົບທຸກໆຊ່ອງທາງ ຊຶ່ງຫາກຈະແນະນຳ ແມ່ນໃຊ້ໃນໂທລະສັບມືຖື ເຂົ້າໃຊ້ບໍລິການ Facebook ແລະ Twitter ເພາະທ່ານຈະບໍ່ພາດການສື່ສານ ແລະ ສາມາດສື່ສານກັບຄົນໃນເຄືອຂ່າຍດຽວກັນ

ທີ່ມາ: www.laotoglobal.com


Souliyo

Co-Founder and CTO of BIZGITAL and LOCA

Comments
  1. ເຫີ…….ໆ ຂອບໃຈສຳລັບຂ່າວສານໜ້າຮູ້…..
    ຫລີ້ນມາຈົນສິເຖົ້າລະຫາກໍ່ຮູ້ໄດ໋ນິ!

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.