ເລື່ອງລາວຂອງ TECH, STARTUP, ແລະ DIGITAL

VLC Media Player ໂປຼແກຼມເບິງຫນັງ ໄດ້ສາລະພັດ ນາມສະກຸນ

FREE WARE

ມື້ນີ້ວ່າງໆເລີຍຢາກມາແນະນຳໂປຼແກຼມເທບໆ ທີ່ເອົາໄວ້ເບິງຫນັງໄດ້ສະພັດນາມສະກຸນ ແລະສາລະພັດ ແພັດຟຼອມອີກດ້ວຍ ແລະທີ່ສຳຄັນ ຍັງເປັນ opensource ຫລືເວົ້າງ່າຍໆກະຄື ໃຊ້ຟຼີບໍ່ຕ້ອງເສຍເງິນ ບໍ່ຕ້ອງແຄັກເພຶ່ອລະເມີດລິຂະສິດ.

VLC Media Player ເປັນໂປຼແກຼມສຳຫລັບເອົາໄວ້ເບິງຫນັງຟັງເພງ ໄດ້ສາລະພັດນາມສະກຸນ ເຊິງຖືພັດທະນາໂດຍ VideoLAN ເປັນຊອຟ໌ແວຼ໌ ຟຼີທີ່ໃຊ້ສັນຍາອະນຸຍາດແບບ GPL ເຊິງ VLC ກໍ່ຫຍໍ້ມາຈາກ VideoLan Client ນັ້ນເອງ. ຄວາມສາມຫລັກໆຂອງມັນກໍ່ຄື ສາມາດເບິງຫນັງຟັງເພງ ໄດ້ຫລາຍນາມສະກຸນ ບໍ່ວ່າຈະເປັນ: mp3, 3gp, mp4, avi ລວມໄປເຖິງ VCD, DVDແລະອື່ນໆອີກຫລວງຫລາຍເຂົ້າໄປເບິງເພີ່ມເຕີມໄດ້ທີ່ http://www.videolan.org/vlc/features.php?cat=video

ນອກຈາກນີ້ມັນຍັງສາມາດ Stream ຫລືເບິງທ່າຍຖອດສົດໄດ້ອີກດ້ວຍ. VLC ສະຫນັບສະຫນຸນເກືອບທຸກແພັດຟອມບໍ່ວ່າຈະເປັນ Windows, Mac OS X, iOS, Ubunt ແລະອື່ນໆ ອີກ ລາຍລະອຽດ http://www.videolan.org/vlc/ກກ ທີ່ສຳຄັດໃນ iOS ມີທັງສຳຫລັບ iPhone, iPad ແລະ iPod Touch ແຕ່ໄດ້ຍິນແວ່ວໆມາວ່າກຳລັງຈະປົດອອກຈາກ iTunes store ຂອງ Apple ແລ້ວ.

ລອງອ່ານກ່ຽວກັບ  iPod Touch ລຸ້ນໃຫມ່ກຳລັງຈະມາພ້ອມກັບ ບໍລິການ FaceTime

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.